• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການເຄື່ອນໄຫວສະເຫຼີມສະຫຼອງວັນວິສາຂະບູຊາ ພສ 2561

      ວັນທີ 3/5, ທ່ານ ເຈີ່ນແທງເໝີນ, ຮອງປະທານ, ເລຂາທິການໃຫຍ່ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ໄປອວຍພອນ ພະອາຈານ ທີກແທງຊາມ, ຮອງປະທານ, ຫົວໜ້າຄະນະເລຂາ ສະພາສົງສູນກາງພຸດທະສາສະໜາ ຫວຽດນາມ ແລະ ຄະນະບໍລິຫານງານພຸດທະສາສະໜາແຂວງ ບັກນີງ ເນື່ອງໃນໂອກາດວັນວິສາຂະບູຊາ ພສ 2561, ປີ 2017. 
ພິທີຫົດສົງພະ
      ທ່ານ ເຈີ່ນແທງເໝີນ, ຮອງປະທານ, ເລຂາທິການໃຫຍ່ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຢັ້ງຢືນວ່າ: ໃນປີຜ່ານມາ, ບັນດາພະມະຫາອາຈານ, ພະອາຈານ, ພຸດທະສາສະນິກກະຊົນ ໄດ້ມີການປະກອບສ່ວນເຂົ້າໃນການເລືອກຕັ້ງສະມາຊິກສະພາແຫ່ງຊາດ, ສະພາປະຊາຊົນທຸກຂັ້ນ, ຮັບຮູ້ບັນດາການປະກອບສ່ວນອັນໃຫຍ່ຫຼວງຂອງສະມາຄົມພຸດທະສາສະໜາ ຫວຽດນາມ, ຄະນະບໍລິຫານງານພຸດທະສາສະໜາແຂວງ ບັກນີງ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ - ສັງຄົມ, ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ.
        ຕອນຄ່່ຳວັນທີ 3/5, ຢູ່ວັດ ຈິ່ງ, ອຽນຕື໋, ພະສົງສຳມະເນນ, ພຸດທະສາສະນິກກະຊົນ ໄດ້ເຂົ້າຮ່ວມພິທີໄຂສັບປະດາວິສາຂະບູຊາ, ພສ 2561 ໂດຍສະມາຄົມພຸດທະສາສະໜາ ຫວຽດນາມ ແຂວງ ກວາງນີງ ຈັດຕັ້ງ. ພະມະຫາອາຈານ ທິກແທງກວຽດ, ຮອງປະທານສະພາບໍລິຫານງານສະມາຄົມພຸດທະສາສະໜາ ຫວຽດນາມ, ຫົວໜ້າຄະນະບໍລິຫານງານສະມາຄົມພຸດທະສາສະໜາ ຫວຽດນາມ ແຂວງ ກວາງນີງ ເນັ້ນໜັກວ່າ:
        “ຢູ່ກວາງນີງ, ວັດທັງໝົດລ້ວນແຕ່ໄດ້ຈັດເຫດການນີ້ຢ່າງສົມກຽດ. ຢູ່ເຂດຊາຍແດນ, ທະເລ, ເຂດພູສູງ, ເຂດຫ່າງໄກສອກຫຼີກ ແມ່ນບັນດາເຂດທີ່ພຸດທະສາສະໜາ ຍັງບໍ່ທັນໄດ້ພັດທະນາເທື່ອ, ບັນດາເຂດທີ່ປະຊາຊົນ, ພຸດທະສາສະນິກກະຊົນ ປະສົບກັບຄວາມຫຍຸ້ງຍາກ, ຄະນະບໍລິຫານຈະສຸມໃສ່ເຂົ້າຈຸດສຸມນັ້ນ”
 (ແຫຼ່ງຄັດຈາກ VOV)

ນະ​ຄອນ ໂຮ່​ຈີ​ມິນ ກຽມ​ພ້ອມ​ຍົກ​ລະ​ດັບ​ການ​ພົວ​ພັນ​ຮ່ວມ​ມື​ກັບ​ບັນ​ດາ​ທ້ອງ​ຖິ່ນ​ຂອງ ອົດ​ສະ​ຕາ​ລີ

ນະ​ຄອນ ໂຮ່​ຈີ​ມິນ ກຽມ​ພ້ອມ​ຍົກ​ລະ​ດັບ​ການ​ພົວ​ພັນ​ຮ່ວມ​ມື​ກັບ​ບັນ​ດາ​ທ້ອງ​ຖິ່ນ​ຂອງ ອົດ​ສະ​ຕາ​ລີ

ນະຄອນ ໂຮ່ຈີມິນ, ດ້ວຍຖານະເປັນສູນເສດຖະກິດພັດທະນາຢ່າງຂະຫຍັນຂັນເຄື່ອນແຖວໜ້າຂອງ ຫວຽດນາມ, ຈະແມ່ນໜຶ່ງໃນບັນດາຈຸດສຸມຜັນຂະຫຍາຍບັນດາແຜນການຮ່ວມມືພັດທະນາລະຫວ່າງ ຫວຽດນາມ ແລະ ອົດສະຕາລີ.

Top