ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຢື້ຢາມຖາມຂ່າວເນື່ອງໃນໂອກາດສະເຫລີມສະຫລອງ 70 ປີແຫ່ງວັນທະຫານເສຍອົງຄະ
ນັກຮົບເສຍສະຫລະຊີວິດເພື່ອຊາດ
ກ່າວຄຳເຫັນນະທີ່ນີ້, ພົນຕີ ເລວັນເຮີນ, ປະທານສະມາຄົມຫນູນຊ່ວຍຄອບຄົວນັກຮົບເສຍສະຫລະຊີວິດເພື່ອຊາດ ຫວຽດນາມ ໃຫ້ຮູ້ວ່າ: 70 ປີຜ່ານມາ ດ້ວຍຂະບວນການຕອບບຸນແທນຄຸນ, ພັກ ແລະ ລັດ ໄດ້ມີການເຄື່ອນໄຫວຫລາຍຢ່າງທີ່ແທດຈິງ ເພື່ອລະດົມກຳລັງໃຈ, ເບິ່ງແຍງດູແລ, ຫນູນຊ່ວຍຜູ້ມີຄຸນງາມຄວາມດີຕໍ່ປະເທດຊາດ ຕໍ່ການປະຕິວັດ.
ຕອນຄ່ຳວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພ້ອມກັບຜູ້ແທນກວ່າ 400 ຄົນ ແມ່ນແມ່ຫວຽດນາມ ວິລະຊົນ, ບັນດາທະຫານເສຍອົງຄະ, ຍາດຕິພີ່ນ້ອງຄອບຄົວນັກຮົບເສຍສະຫລະຊີວິດເພື່ອຊາດ ແລະ ຜູ້ມີຄຸນງາມຄວາມດີ, ການນຳບາງກະຊວງ ຂະແຫນງການ ພ້ອມກັບ ປະຊາຊົນ ແຂວງ ກວ໋າງນາມ ໄດ້ເຂົ້າຮ່ວມພິທີສະແດງຄວາມຮູ້ບຸນຄຸນຕໍ່ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ ແລະ ເຂົ້າຮ່ວມລາຍການສະແດງສິລະປະ ເນື່ອງໃນເຫດການດັ່ງກ່າວ. ເນື່ອງໃນໂອກາດນີ້ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ມອບໃບປະເທດຊາດຮັບຮູ້ຄຸນງາມຄວາມດີໃຫ້ແກ່ຍາດຕິພີ່ນອງຄອບຄົວນັກຮົບເສຍສະຫລະຊີວິດເພື່ອຊາດ.
(ແຫຼ່ງຄັດຈາກ VOV)