• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການເຄື່ອນໄຫວຕ່າງໆເນື່ອງໃນໂອກາດວັນມູນເຊື້ອນັກຮຽນ, ນັກສຶກສາ ຫວຽດນາມ (9/1)

      ວັນທີ 8 ມັງກອນ, ຄະນະຊາວໜຸ່ມແຂວງ ບາກລຽວ ກໍ່ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 68 ປີແຫ່ງວັນມູນເຊື້ອນັກຮຽນ, ນັກສຶກສາ ແລະ ສະມາຄົມນັກສຶກສາ ຫວຽດນາມ (9/1/1950 – 9/1/2018)
      ເນື່ອງໃນໂອກາດສະເຫຼີມສະຫຼອງ 68 ປີແຫ່ງວັນມູນເຊື້ອນັກຮຽນ, ນັກສຶກສາ ແລະ ສະມາຄົມນັກສຶກສາ ຫວຽດນາມ (9/1/1950 – 9/1/2018), ວັນທີ 8 ມັງກອນ, ຄະນະຊາວໜຸ່ມແຂວງ ດົ່ງທາບ ແລະ ສະມາຄົມນັກສຶກສາ ຫວຽດນາມ ຂອງແຂວງ ໄດ້ສົມທົບກັນຈັດຕັ້ງພິທີຍ້ອງຍໍຊົມເຊີຍນັກສຶກສາ 18 ຄົນ ແລະ 4 ໝູ່ຄະນະທີ່ໄດ້ຮັບນາມມະຍົດ “ນັກສຶກສາ 5 ດີ”; ປະເພດບຸກຄົນມີ 4 ຄົນໄດ້ຮັບນາມມະຍົດ “ນັກຮຽນ ເຝິກຝົນຫລໍ່ຫຼອມ 3 ປະການ” ໃນສົກຮຽນ 2016 – 2017.
        ວັນທີ 8 ມັງກອນ, ຄະນະຊາວໜຸ່ມແຂວງ ບາກລຽວ ກໍ່ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 68 ປີແຫ່ງວັນມູນເຊື້ອນັກຮຽນ, ນັກສຶກສາ ແລະ ສະມາຄົມນັກສຶກສາ ຫວຽດນາມ (9/1/1950 – 9/1/2018), ເພື່ອແນໃສ່ເຊີດຊູບັນດາໝູ່ຄະນະ, ສ່ວນບຸກຄົນດີເດັ່ນໃນການເຄື່ອນໄຫວຂະບວນການປີ 2017. ທີ່ພິທີສະເຫຼີມສະຫຼອງ, ຄະນະຊາວໜຸ່ມແຂວງ ບາກລຽວ ໄດ້ຮຽກຮ້ອງໃຫ້ນັກຮຽນ, ນັກສຶກສາໃນແຂວງ ບາກລຽວ ຈົ່ງພະຍາຍາມເສີມຂະຫຍາຍເຈດຈຳນົງກຸ້ມຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ມູນເຊື້ອວິລະຊົນປະຕິວັດຂອງຊາດ, ແກ້ໄຂຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ອອກແຮງແຂ່ງຂັນຝຶກຝົນຫຼໍ່ຫຼອມທາງດ້ານຄຸນສົມບັດ, ຄວາມສາມາດ, ກໍ່ຮ່າງສ້າງຕົວ ແລະ ປົກປັກຮັກສາປະເທດຊາດ.
 (ແຫຼ່ງຄັດຈາກ VOV)
 

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top