• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການຮ່ວມມືເສດຖະກິດ, ການຄ້າ, ການລົງທຶນ ແມ່ນກຳລັງຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອາເມລິກາ

ທ່ານນາຍົກລັດຖະມົນຕີສະເໜີໃຫ້ທ່ານລັດຖະມົນຕີກະຊວງການຄ້າ ອາເມລິກາ ຮັບຮູ້ລະບຽບການຂໍ້ກຳນົດເສດຖະກິດການຕະຫຼາດຂອງ ຫວຽດນາມ ໂດຍໄວ, ສືບຕໍ່ຊຸກຍູ້ການພົວພັນເສດຖະກິດ - ການຄ້າ 2 ຝ່າຍ.
ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຕ້ອນຮັບທ່ານນາງລັດຖະມົນຕີການຄ້າ ອາເມລິກາ Gina Raimondo (ພາບ: TTXVN)

ຫວຽດນາມ ໄດ້ກຳນົດການຮ່ວມມືດ້ານເສດທະກິດ, ການຄ້າ, ການລົງທຶນ ເປັນພື້ນຖານ, ແມ່ນກຳລັງໜູນຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບ ອາເມລິກາ. ນີ້ແມ່ນຄຳຢືນຢັນຂອງທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ທີ່ການຕ້ອນຮັບທ່ານນາງລັດຖະມົນຕີການຄ້າ ອາເມລິກາ Gina Raimondo, ໃນວັນທີ 19 ກັນຍາ, ຢູ່ນະຄອນຫຼວງ ວໍຊິງເຕັນ, ເນື່ອງໃນໂອກາດທ່ານນາຍົກລັດຖະມົນຕີເຂົ້າຮ່ວມວາລະປຶກສາຫາລືລວມຂັ້ນສູງຂອງສະມັດຊາໃຫຍ່ສະຫະປະຊາຊາດຊຸດທີ 78 ຢູ່ ອາເມລິກາ.

ເພື່ອຜັນຂະຫຍາຍຂອບເຂດການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອາເມລິກາ ໃຫ້ບັນລຸປະສິດທິຜົນ, ທ່ານນາຍົກລັດຖະມົນຕີສະເໜີໃຫ້ທ່ານລັດຖະມົນຕີກະຊວງການຄ້າ ອາເມລິກາ ຮັບຮູ້ລະບຽບການຂໍ້ກຳນົດເສດຖະກິດການຕະຫຼາດຂອງ ຫວຽດນາມ ໂດຍໄວ, ສືບຕໍ່ຊຸກຍູ້ການພົວພັນເສດຖະກິດ - ການຄ້າ 2 ຝ່າຍ, ໂດຍສະເພາະແມ່ນສົ່ງເສີມໃຫ້ບັນດາວິສາຫະກິດເຕັກໂນໂລຊີສູງຂອງ ອາເມລິກາ ດຳເນີນທຸລະກິດຢູ່ ຫວຽດນາມ. ທ່ານນາຍົກລັດຖະມົນຕີສະເໜີໃຫ້ ອາເມລິກາ ເປີດປະຕູຕະຫຼາດຫຼາຍກວ່າໃຫ້ແກ່ສິນຄ້າ ຫວຽດນາມ; ພ້ອມທັງ, ພິຈາລະນາຜົນປະໂຫຍດຂອງວິສາຫະກິດ ຫວຽດນາມ ຢ່າງສົມເຫດສົມຜົນ, ບໍ່ຈັດວາງມາດຕະການປົກປ້ອງດ້ານການຄ້າສຳລັບສິນຄ້າຂອງ ຫວຽດນາມ ບົນພື້ນຖານຮັບປະກັນຄວາມກດຸ່ນດ່ຽງ, ສະເໝີພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດ.

ສ່ວນທ່ານນາງລັດຖະມົນຕີກະຊວງການຄ້າ Gina Raimondo ໃຫ້ຮູ້ວ່າ, ຈະຊຸກຍູ້ເພື່ອໃຫ້ ອາເມລິກາ ຮັບຮູ້ຂໍ້ກຳນົດກົດລະບຽບເສດຖະກິດການຕະຫຼາດຂອງຫວຽດນາມ ໂດຍໄວ, ສົມທົບກັນເພື່ອຜັນຂະຫຍາຍບັນດາເນື້ອໃນທີ່ເປັນເອກະພາບນຳກັນແລ້ວ ໃນຖະແຫຼງການຮ່ວມຂອງ 2 ປະເທດ, ໂດຍສະເພາະແມ່ນໃນບັນດາຂົງເຂດໃຫ້ບຸລິມະສິດ, ຄື: ເສດຖະກິດ, ການຄ້າ ແລະ ການລົງທຶນ…

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ ຍູ້​ແຮ​ງ​ການ​ຜັນ​ຂະ​ຫຍາຍ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ

ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ ຍູ້​ແຮ​ງ​ການ​ຜັນ​ຂະ​ຫຍາຍ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ

ທີ່​ການ​ພົບ​ປະ​ເຈ​ລະ​ຈາ, ທ່ານ ເລ​ຮ່​ວາຍ​ຈຸງ ສະ​ເໜີ​ສອງ​ຝ່າຍ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ຊຸກ​ຍູ້​ທ່າ​ເຕີບ​ໂຕ​ຢ່າງ​ຕັ້ງ​ໜ້າ​ຂອງ​ການ​ຄ້າ ແລະ ການ​ລົງ​ທຶນ, ຈັດ​​ກອ​ງ​ປະ​ຊຸມ​ຄະ​ນະ​ກຳ​ມະ​ການ​ປະ​ສົມ​ຄັ້ງ​ທີ 8 ກ່ຽວ​ກັບ​ການ​ຮ່ວມ​ມື​ເສດ​ຖະ​ກິດ, ວິ​ທະ​ຍາ​ສາດ ແລະ ເຕັກ​ນິກ.

Top