• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການຮ່ວມມືຮັກສາສັນຕິພາບຢູ່ທະເລຕາເວັນອອກແມ່ນຜົນປະໂຫຍດຂອງທຸກປະເທດ


ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຳ​ມະ​ນາ
ພາບ:TTXVN
          ຕອນ​ບ່າຍ​ວັນ​ທີ 19/12, ຢູ່ ມະ​ຫາ​ວິ​ທະ​ຍາ​ໄລ Meiji ໂຕ​ກຽວ ປະ​ເທດ ຍີ່​ປຸ່ນ, ສະ​ຖາ​ບັນ​ບັນ​ດາ​ບັນ​ຫາ​ທົ່ວ​ໂລກ Meiji ແລະ ສະ​ຖາ​ບັນ​ຄົ້ນ​ຄ້​ວາ​ການ​ເມືອງ​ສາ​ກົນ Meiji ຈັດ​ຕັ້ງ​ກອງ​ປະ​ຊຸມ​ສຳ​ມະ​ນາ​ສາ​ກົນ ກ່ຽວ​ກັບ​ທະ​ເລ​ຕາ​ເວັນ​ອອກ ດ້ວຍ​ຫົວ​ຂໍ້ “ຜົນ​​ພາຍ​ຫລັງ​ຄຳ​ຕັດ​ສິນ​ສານ​ອະ​ນຸ​ຍາ​ໂຕ​ຕຸ​ລາ​ການ ຢູ່ ລາ​ໄຮ ປະ​ເທດ​ໂຮນ​ລັງ: ອະ​ນາ​ຄົດ​ການ​ເດີນ​ທະ​ເລ​ຢູ່ ອາ​ຊີ”. ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຳ​ມະ​ນາ ມີ​ບັນ​ດາ​ນັກ​ຮຽນ​ຮູ້​ແຖວ​ຫນ້າ​ຂອງ​ຍີ່​ປຸ່ນ ແລະ ບັນ​ດາ​ປະ​ເທດ​ໃນ​ພາກ​ພ​ື້ນ. ບັນ​ດາ​ນັກ​ຮຽນ​ຮູ້​ໄດ້​ຍົກ​ໃຫ້​ເຫັນ​ຄວາມ​ໝາຍ ແລະ ການ​ກະ​ທົບ​ຂອງ​ຄຳ​ຕັດ​ສິນ​ຂອງ​ສານ​ຂອງ ສານ​ອະ​ນຸ​ຍາ​ໂຕ​ຕຸ​ລາ​ກາ​ນ​ສຳ​ລັບ​ສະ​ພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ໃນ​ໄລ​ຍະ​ຜ່ານ​ມາ. ບັນ​ດາ​ນັກ​ຮຽນ​ຮູ້​ໄດ້​ຢືນ​ຢັນ ຄວາມ​ເສ​ລີ​ໃນ​ການ​ເດີນ​ເຮືອ, ການ​ບິນ​ບົນ​ທະ​ເລ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ແມ່ນ​ຜົນ​ປະ​ໂຫຍດບໍ່​ພຽງ​ແຕ່​ຂອງ​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ຜົນ​ປະ​ໂຫຍດ​ຂອງ​ທົ່ວ​ໂລກ​ອີກ​ດ້ວຍ ພ້ອມ​ທັງ​ເນັ້ນ​ຫນັກ​ຢ່າງ​ແຮງ​ເຖິງ​ລັກ​ສະ​ນະ​ເຄົາ​ລົບ​ກົດ​ໝາຍ​. ບັນ​ດາ​ນັກ​ຮຽນ​ຮູ້​ເປັນ​ເອ​ກະ​ພາບ​ວ່າ ຄຳ​ຕັດ​ສິນ​ຂອງ​ສານ​ອະ​ນຸ​ຍາ​ໂຕ​ຕຸ​ລາ​ການແມ່ນ​ພື້ນ​ຖານ​ເພື່ອ​ໃຫ້​ບັນ​ດາ​ປະ​ເທດ​ຮ່ວມ​ມື​ໃນ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ, ຮັກ​ສາ​ຄວາມ​ເສ​ລີ​ໃນ​ການ​ເດີນ​ທະ​ເລ, ການ​ບິນ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແມ່ນ​ຜົນ​ປະ​ໂຫຍດ​ຂອງ​ທຸ​ກ​ປະ​ເທດ. 
 (ແຫຼ່ງຄັດຈາກ VOV)
 

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top