• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການຮ່ວມມືສອງຝ່າຍໃນຂົງເຂດກະຈາຍສຽງ - ປະກອບສ່ວນ ເພີ່ມພູນຄູນສ້າງນໍ້າໃຈມິດຕະພາບແບບພິເສດລະຫວ່າງຫວຽດນາມ - ລາວ

      ບົນຈິດໃຈສະຫາຍ ແລະ ສາຍພົວພັນອ້າຍນ້ອງລະຫວ່າງຫວຽດນາມ -ລາວ, ຂ້າພະເຈົ້າປາດຖະໜາວ່າ ສອງຝ່າຍຈະສົມທົບກັນຢ່າງແໜ້ນແຟ້ນ ທັງດ້ານເນື້ອໃນ, ວຽກງານການຄຸ້ມຄອງ, ວຽກງານການບໍາລຸງສ້າງພະນັກງານ ແລະ ກ້າວໄປເຖິງການລົງນາມໃນຂໍ້ຕົກລົງວ່າດ້ວຍການຮ່ວມມືສອງຝ່າຍ
            ຕອນເຊົ້າວັນທີ 01 ພະຈິກ, ທີ່ສໍານັກງານ ວິທະຍຸກະຈາຍສຽງຫວຽດນາມ ຢູ່ເຮືອນເລກທີ 58, ຖະໜົນກວ໊ານສື໊, ຮ່າໂນ້ຍ, ທ່ານ ຫງວຽນເທ໊ກີ໋ ກໍາມະການສູນກາງພັກ, ຜູ້ອໍານວຍການໃຫຍ່ວິທະຍຸກະຈາຍສຽງຫວຽດນາມ (VOV) ໄດ້ມີການຕ້ອນຮັບ ຄະນະການນໍາ ວິທະຍຸກະຈາຍສຽງແຫ່ງຊາດລາວ (LNR) ນໍາໂດຍທ່ານ ໂພສີ ແກ້ວມະນີວົງ ຜູ້ອໍານວຍການໃຫຍ່ວິທະຍຸກະຈາຍສຽງແຫ່ງຊາດລາວ ແລະ ລົງນາມໃນຂໍ້ຕົກລົງວ່າດ້ວຍການຮ່ວມມືສອງຝ່າຍ ໄລຍະ 2019 – 2021.

ທ່ານຫງວຽນເທ໊ກີ໋ ແລະ ທ່ານ ໂພສີ ແກ້ວມະນີວົງລົງນາມໃນຂໍ້ຕົກລົງວ່າດ້ວຍການຮ່ວມມືສອງຝ່າຍ ໄລຍະ 2019 – 2021
(ພາບ: Dieu Hong/VOV5)
      ກ່າວຄໍາເຫັນທີ່ການຕ້ອນຮັບ, ທ່ານ ຫງວຽນເທ໊ກີ໋ ເນັ້ນໜັກວ່າ: ໃນການຢ້ຽມຢາມ ລາວ ຄັ້ງຫຼ້າສຸດ, ສອງຝ່າຍໄດ້ປຶກສາຫາລືກ່ຽວກັບຄວາມສາມາດບົ່ມຊ້ອນໃນການພົວພັນຮ່ວມມືລະຫວ່າງສອງວິທະຍຸກະຈາຍສຽງໃຫ້ນັບມື້ນັບພັດທະນາຢ່າງດີງາມກວ່າເກົ່າ. ບົນຈິດໃຈສະຫາຍ ແລະ ສາຍພົວພັນອ້າຍນ້ອງລະຫວ່າງຫວຽດນາມ - ລາວ, ຂ້າພະເຈົ້າປາດຖະໜາວ່າ ສອງຝ່າຍຈະສົມທົບກັນຢ່າງແໜ້ນແຟ້ນ ທັງດ້ານເນື້ອໃນ, ວຽກງານການຄຸ້ມຄອງ, ວຽກງານການບໍາລຸງສ້າງພະນັກງານ ແລະ ກ້າວໄປເຖິງການລົງນາມໃນຂໍ້ຕົກລົງວ່າດ້ວຍການຮ່ວມມືສອງຝ່າຍ, ທ່ານກ່າວວ່າ:
        ວິທະຍຸກະຈາຍສຽງຫວຽດນາມ ຈະສືບຕໍ່ຊ່ວຍ ວິທະຍຸກະຈາຍສຽງແຫ່ງຊາດລາວ ຍົກລະດັບບັນດາສະຖານີກະຈາຍສຽງ ແລະ ໂທລະພາບທ້ອງຖິ່ນແຫ່ງຕ່າງໆຂອງລາວ. ພິເສດແມ່ນໃນການຢ້ຽມຢາມ ລາວ ເມື່ອປີ 2017, ຂ້າພະເຈົ້າກໍໄດ້ແຈ້ງໃຫ້ທ່ານຜູ້ອໍານວຍການໃຫຍ່ວິທະຍຸກະຈາຍສຽງແຫ່ງຊາດລາວ ຮັບຊາບ ກ່ຽວກັບການຍົກລະດັບອຸປະກອນສົ່ງສັນຍານ, ເຄື່ອງກະຈາຍສຽງ ແລະ ຄວາມມຸ່ງມາດປາດຖະໜາດັ່ງກ່າວ ກໍໄດ້ນໍາເຂົ້າແຜນການຂອງລັດຖະບານຫວຽດນາມ. ຂັ້ນຕອນຕໍ່ໄປ, ພວກເຮົາຈະຜັນຂະຫຍາຍປະຕິບັດ ແລະ ບັນດາຫົວໜ່ວຍກ່ຽວຂ້ອງຂອງ VOV ຈະພະຍາຍາມເພື່ອນໍາໂຄງການດັ່ງກ່າວໄດ້ຮັບການຜັນຂະຫຍາຍໂດຍໄວ ແລະ ບັນລຸໄດ້ໝາກຜົນດີທີ່ສຸດ”.

ຄະນະການນໍາວິທະຍຸກະຈາຍສຽງແຫ່ງຊາດລາວມອບຂອງຂວັນເປັນທີ່ລະນຶກໃຫ້ແກ່   ວິທະຍຸກະຈາຍສຽງຫວຽດນາມ
 (ພາບ: Dieu Hong/VOV5)
      ສ່ວນທາງ ວິທະຍຸກະຈາຍສຽງແຫ່ງຊາດລາວ, ທ່ານ ໂພສີ ແກ້ວມະນີວົງ ໄດ້ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງ ຕໍ່ບັນດາການໜູນຊ່ວຍຂອງ VOV ທີ່ໄດ້ສະຫງວນໃຫ້ ວິທະຍຸກະຈາຍສຽງແຫ່ງຊາດລາວ ພ້ອມທັງປາດຖະໜາວ່າ ຈະສືບຕໍ່່ໄດ້ຮັບການຊ່ວຍເຫຼືອ, ຮ່ວມມື ແລະ ຖອດຖອນບົດຮຽນນໍາ VOV ເພື່ອ ພັດທະນາ ວິທະຍຸກະຈາຍສຽງແຫ່ງຊາດລາວ ນັບມື້ນັບພັດທະນາຍິ່ງໆຂຶ້ນ.
        ໃນການຢ້ຽມຢາມ ແລະ ເຮັດວຽກຄັ້ງນີ້, ນອກຈາກການເຂົ້າຮ່ວມພິທີລົງນາມໃນຂໍ້ຕົກລົງວ່າດ້ວຍການຮ່ວມມືສອງຝ່າຍ ໄລຍະ 2019 – 2021 ແລ້ວ, ຄະນະການນໍາວິທະຍຸກະຈາຍສຽງແຫ່ງຊາດລາວ ຍັງຈະໄປຢ້ຽມຢາມຫົວໜ່ວຍຕ່າງໆຂອງ VOV.      
 (ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top