• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການສົ່ງອອກແຮງງານ ປີ 2021: ຍົກສູງຄຸນນະພາບແຮງງານ ກຽມພ້ອມອອກໄປເຮັດວຽກ ຢູ່ຕ່າງປະເທດ

ປີ 2021, ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ວາງຄາດໝາຍ ສົ່ງແຮງງານ ຫວຽດນາມ 90.000 ຄົນ ໄປເຮັດວຽກຢູ່ຕ່າງປະເທດ, ຫຼຸດລົງ 40.000 ຄົນເມື່ອທຽບໃສ່ຄາດໝາຍປີ 2020 . ຕະຫຼາດແຮງງານ ສຸມໃສ່ບັນດາຕະຫຼາດທີ່ມີລາຍຮັບສູງ ແລະ ຖາວອນ.

ເພື່ອຟື້ນຟູການເຄື່ອນໄຫວບໍລິການສົ່ງແຮງງານໄປເຮັດວຽກຢູ່ຕ່າງປະເທດ ເທື່ອລະກ້າວ ເພື່ອໃຫ້ສອດຄ່ອງກັບສະພາບການລວມ ແລະ ສະພາບການເປັນປົກກະຕິໃໝ່ ຢູ່ ຫວຽດນາມ ກໍຄື ຢູ່ບັນດາປະເທດທີ່ຮັບເອົາແຮງງານ ຫວຽດນາມ, ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ສົມທົບກັບບັນດາອົງການທີ່ມີໜ້າທີ່່ຊອກຫາຕະຫຼາດແຮງງານຕ່າງປະເທດທີ່ມີເງື່ອນໄຂເຮັດວຽກດີ, ປອດໄພ ແລະ ມີລາຍຮັບສູງ ໃຫ້ແກ່ແຮງງານ. ໄປຄຽງຄູ່ກັນນັ້ນ, ກໍຮ່ວມມືກັບບັນດາປະເທດ ເພື່ອແກ້ໄຂບັນດາບັນຫາຂອງແຮງງານທີ່ເກີດຂຶ້ນໃໝ່ຢ່າງທັນການ, ປົກປ້ອງສິດ ແລະ ຜົນປະໂຫຍດຂອງຊາວຜູ້ອອກແຮງງານ.  ທາງກະຊວງກໍວາງແຜນນະໂຍບາຍຍົກສູງ ຄຸນນະພາບ ແຮງງານ ນັບທາງດ້ານສີມືແຮງງານ ແລະ ພາສາຕ່າງປະເທດ.

(ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top