• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການສະແດງສິລະປະສະເຫຼີມສະຫຼອງ 5 ປີ ແຫ່ງວັນຟ້ອນ ແຊໄທ ໄດ້ຮັບການຮັບຮອງເອົາເປັນມໍລະດົກວັດທະນະທຳທີ່ບໍ່ເປັນວັດຖຸຕາງໜ້າຂອງມວນມະນຸດ

ຈຸດເດັ່ນຂອງງານບຸນແມ່ນລາຍການສະແດງສິລະປະ “ຟ້ອນແຊ່ໄທ - ວົງກົມແຫ່ງຄວາມຮັກ”.
ທີ່ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າ​ວ. (ພາບ: VNA)

ງານ​ບຸນວັດທະນະທຳ, ທ່ອງທ່ຽວ ເມື່ອງລໍ່ ປີ 2026 ດ້ວຍຫົວຂໍ້ “ສິ່ງຍອດ​ຍິ່ງ​ຟ້ອນ​ແຊ່ໄທ - ສີສັນ​ເຂດ ໄຕ​ບັກ” ຈະຈັດຂຶ້ນແຕ່ວັນທີ 16 - 21 ຕຸລາ ຢ​ູ່​ຕາ​ແສງ ເງັ້ຍໂລ້ ແລະ ​ບັນ​ດາທ້ອງຖິ່ນ​ເຂດ ເມື່ອງລໍ່, ແຂວງ ລາວກາຍ. ງານ​ບຸນປີ 2026 ແມ່ນເຫດການລະດັບແຂວງ, ມີຄວາມໝາຍພິເສດ​ເມື່ອ​ໄດ້​ຈັດ​ຂຶ້​ນກົງກັບ​ພິ​ທີ​ສະ​ເຫຼີມ​ສະ​ຫຼອງ 5 ປີທີ່ສິ​ລະ​ປະ​ຟ້ອນ​ແຊ່ໄທ ໄດ້ຮັບການ​ຮັບ​ຮອງເອົາ​ເປັນມໍລະດົກວັດ​ທະ​ນະ​ທຳທີ່ບໍ່​ເປັນ​ວັດ​ຖຸຂອງມວນມະນຸດຈາກອົງການການສຶກສາ, ວິທະຍາສາດ ແລະ ວັດ​ທະ​ນະ​ທຳສະຫະປະຊາຊາດ (UNESCO).

ຈຸດເດັ່ນຂອງງານບຸນແມ່ນລາຍການສະ​ແດງສິລະປະ “ຟ້ອນ​ແຊ່ໄທ - ວົງກົມ​ແຫ່ງ​ຄວາມຮັກ”. ທ່ານ ນົງຫວຽດອຽນ, ຫົວໜ້າພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຂວງ ລາວກາຍ, ໃຫ້ຮູ້ວ່າ:

“ງານບຸນແມ່ນໂອກາດຕີ​ລາ​ຄາ​ໝາກຜົນການອະນຸລັກຮັກສາ, ເສີມ​ຂະ​ຫຍາຍ​ຄຸນ​ຄ່າຂອງຟ້ອນ​ແຊ່ໄທ ພາຍ​ຫຼັງ​ທີ່ໄດ້​ຮັບ​ການຮັບຮູ້, ເຊີດຊູ​ສີ​ສັນ​ວັດ​ທ​ະ​ນະ​ທຳຂອງ​ບັນ​ດາ​ຊົນ​ເຜົ່າ​ເຂດ ໄຕ​ບັກ, ​ຫັນ​ເປັນລະອຽດ ແລະ ຈັດຕັ້ງປະຕິບັດ​ແຜນນະໂຍ​ບາຍການພັດທະນາວັດທະນະທຳ​ໃຫ້​ມີປະສິດ​ທິຜົນຕາມ​ມະ​ຕິເລກທີ 80 ຂອງກົມ​ການ​ເມືອງກ່ຽວກັບການພັດທະນາວັດທະນະທຳ ຫວຽດນາມ ແລະ ມະຕິ​ເລກທີ 26 ຂອງກົມການເມືອງກ່ຽວ​ກັບການພັດທະນາ​ການທ່ອງທ່ຽວ ຫວຽດນາມ ​ໃຫ້​ກາຍ​ເປັນຂະແໜງເສດຖະກິດ​ປາຍ​ແຫຼມ; ພ້ອມກັນນັ້ນກໍ່ເພື່ອໂຄ​ສະ​ນາພາບພົດ​ຂອງ​ປະ​ເທດ​ຊາດ ແລະ ຊາວ ລາວກາຍ”.

(ແຫຼ່ງຄັດຈາກ VOV)

ການ​ພົວ​ພັນ ຫວຽດ​ນາມ - ລາວ: ຈາກ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ​ໄປສູ່ການ​ເຊື່ອມ​ຕໍ່​ຮອບ​ດ້ານ​ສອງ​ພື້ນ​ຖານ​ເສດ​ຖະ​ກິດ

ການ​ພົວ​ພັນ ຫວຽດ​ນາມ - ລາວ: ຈາກ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ​ໄປສູ່ການ​ເຊື່ອມ​ຕໍ່​ຮອບ​ດ້ານ​ສອງ​ພື້ນ​ຖານ​ເສດ​ຖະ​ກິດ

ຢູ່​ລະ​ດັບ​ຍຸດ​ທະ​ສາດ, ການ​ຢ້ຽມ​ຢາມໄດ້​ມີ​ຄວາມ​ໝາຍ​ສຳ​ຄັນ​ໃນ​ການ​ສືບ​ຕໍ່​ຫັນ​ເປັນ​ລະ​ອຽດ ແລະ ນຳ​ເນື້ອ​ໃນຫຸ້ນ​ສ່ວນ​ຍຸດ​ທ​ະ​ສາດ ກາຍ​ເປັນ​ການ​ກຳ​ນົດ​ທິດ​ລຸ​ລ່ວງ​ໃນ​ການ​ການ​ພົວ​ພັນ ຫວຽດ​ນາມ - ລາວ.

Top