• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການຢ້ຽມຢາມເປີດສາກປີມິດຕະພາບ ລະຫວ່າງ ຫວຽດນາມ-ກຳປູເຈຍ

      ສອງຝ່າຍຢືນຢັນໃຫ້ຄວາມສຳຄັນຂອງການປັບປຸງຄວາມສາມັກຄີ, ເຫັນດີເຫັນພ້ອມ, ອິດທິພົນຊື່ສຽງ ແລະ ບົດບາດໃຈກາງຂອງ ອາຊຽນ.
ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ແລະ ທ່ານຮອງນາຍົກລັດຖະມົນຕີ,
ລັດຖະມົນຕີກະຊວງການຕ່າງປະເທດ ກຳປູເຈຍ Prak Sokhonn
      ໃນຂອບເຂດການຢ້ຽມຢາມ ກຳປູເຈຍ ຢ່າງເປັນທາງການແຕ່ ວັນທີ 19-20 ມັງກອນ 2022, ວັນທີ 20 ມັງກອນ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ໄດ້ພົບປະເຈລະຈາກັບ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ Prak Sokhonn ໃນການພົບປະເຈລະຈາ, ສອງຝ່າຍເຫັນດີເປັນເອກະພາບສືບຕໍ່ສົມທົບກັບບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງຢ່າງແໜ້ນແຟ້ນ ເພື່ອແນໃສ່ຜັນຂະຫຍາຍບັນດາ ສັນຍາ ແລະ ຂໍ້ຕົກລົງ, ລະຫວ່າງ 2 ປະເທດ ຢ່າງມີປະສິດທິຜົນ, ສືບຕໍ່ຜັນຂະຫຍາຍບັນດາບົດບັນທຶກຂໍ້ຕົກລົງ ຂອງກອງປະຊຸມ ຄັ້ງທີ 19 ຂອງຄະນະກຳມະການປະສົມ ຫວຽດນາມ-ກຳປູເຈຍ, ເພີ່ມທະວີການຮ່ວມມືສອງຝ່າຍໃນທຸກຂົງເຂດ ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ເສດຖະກິດ, ການຄ້າ, ການລົງທຶນ, ການສຶກສາ ແລະ ບຳລຸງສ້າງ… ລັດຖະມົນຕີທັງສອງທ່ານເຫັນດີເພີ່ມທະວີການປະສານສົມທົບ, ຕັ້ງໜ້າຜັນຂະຫຍາຍ ຂໍ້ຕົກລົງ ຂອງການນຳຂັ້ນສູງຂອງສອງປະເທດ ຕໍ່ກັບວຽກງານຂີດຂັ້ນປັກຫລັກໝາຍຊາຍແດນທາງບົກບົນ ລະຫວ່າງ ຂອງ ຫວຽດນາມ-ກຳປູເຈຍ. ສອງຝ່າຍຢືນຢັນໃຫ້ຄວາມສຳຄັນຂອງການປັບປຸງຄວາມສາມັກຄີ, ເຫັນດີເຫັນພ້ອມ, ອິດທິພົນຊື່ສຽງ ແລະ ບົດບາດໃຈກາງຂອງ ອາຊຽນ. ກ່ຽວກັບບັນຫາທະເລຕາເວັນອອກ, ທ່ານລັດຖະມົນຕີ ບຸຍແທັງເຊີນ ຢືນຢັນໃຫ້ຄວາມສຳຄັນຂອງ ການປົກປັກຮັກສາສັນຕິພາບ, ຄວາມໝັ້ນຄົງ ແລະ ສະຖຽນລະພາບ ຢູ່ພາກພື້ນ, ຮັບປະກັນຄວາມເສລີ ແລະ ຄວາມປອດໄພໃນການເດີນເຮືອ,  ການບິນ; ແກ້ໄຂຂໍຂັດແຍ່ງໂດຍສັນຕິວິທີ, ບົນພື້ນຖານກົດໝາຍສາກົນ ແລະ ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982 (UNCLOS 1982), ຊຸກຍູ້ການເຈລະຈາ ແລະ ສູ້ຊົນໃຫ້ ບັນລຸໄດ້ COC ຢ່າງມີປະສິດທິຜົນ, ແທດຈິງ ແລະ ສອດຄ່ອງກັບກົດໝາຍສາກົນ, ໃນນັ້ນມີ UNCLOS 1982.
(ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top