• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການພົວພັນແລກປ່ຽນ ມິດຕະພາບ ຊາວໜຸ່ມ ຫວຽດນາມ - ລາວ - ກຳປູເຈຍ ໃນໂອກາດບຸນປີໃໝ່ Chol Chnam Thmay

      ທ່ານ ຮອງເລຂາຊາວໜຸ່ມແຂວງ, ຮອງປະທານສະຫະພັນຊາວໜຸ່ມ ຫວຽດນາມ ແຂວງ ກຽນຢາງ ຟານດິ່ງເຍິນ ໄດ້ເນັ້ນໜັກວ່າ ນີ້ແມ່ນການເຄື່ອນໄຫວເພື່ອແນໃສ່ໂຄສະນາຢ່າງເລິກເຊິ່ງ ໃຫ້ແກ່ສະມາຊິກຊາວໜຸ່ມ, ຊາວໜຸ່ມ ກ່ຽວກັບການພົວພັນສາມັກຄີ, ມິດຕະພາບ ລະຫວ່າງ ຊາວໜຸ່ມ ຫວຽດນາມ ກັບ ຊາວໜຸ່ມ ລາວ, ກຳປູເຈຍ, ຜ່ານນັ້ນ ຊ່ວຍໃຫ້ຊາວໜຸ່ມບັນດາປະເທດ ມີຄວາມຮູ້, ສະໜິດຕິດພັນກ່ວາອີກ, ພ້ອມກັນພັດທະນາ.
ນັກສຶກສາຫວຽດນາມ ເຂົ້າການການແຂ່ງຂັນແຕ່ງອາຫານການກິນ (ພາບ: TTXVN)
      ວັນທີ 14 ເມສາ, ຢູ່ເມືອງ ເຈົາແທັງ, ສະຫະພັນ ຊາວໜຸ່ມ ຫວຽດນາມແຂວງ ກຽນຢາງ ສົມທົບກັບສະຫະພັນບັນດາອົງການມິດຕະພາບແຂວງ ແລະ ຄະນະອະທິການບໍດີມະຫາວິທະຍາໄລ ກຽນຢາງ ໄດ້ຈັດຕັ້ງ ລາຍການພົວພັນແລກປ່ຽນມິດຕະພາບ ລະຫວ່າງ ຊາວໜຸ່ມ ຫວຽດນາມ - ລາວ - ກຳປູເຈຍ ພວມຮ່ຳຮຽນຢູ່ ມະຫາວິທະຍາໄລ ກຽນຢາງ. ກ່າວຄຳເຫັນທີ່ລາຍການ, ທ່ານ ຮອງເລຂາຊາວໜຸ່ມແຂວງ, ຮອງປະທານສະຫະພັນຊາວໜຸ່ມ ຫວຽດນາມ ແຂວງ ກຽນຢາງ ຟານດິ່ງເຍິນ ໄດ້ເນັ້ນໜັກວ່າ ນີ້ແມ່ນການເຄື່ອນໄຫວເພື່ອແນໃສ່ໂຄສະນາຢ່າງເລິກເຊິ່ງ ໃຫ້ແກ່ສະມາຊິກຊາວໜຸ່ມ, ຊາວໜຸ່ມ ກ່ຽວກັບການພົວພັນສາມັກຄີ, ມິດຕະພາບ ລະຫວ່າງ ຊາວໜຸ່ມ ຫວຽດນາມ ກັບ ຊາວໜຸ່ມ ລາວ, ກຳປູເຈຍ, ຜ່ານນັ້ນ ຊ່ວຍໃຫ້ຊາວໜຸ່ມບັນດາປະເທດ ມີຄວາມຮູ້, ສະໜິດຕິດພັນກ່ວາອີກ, ພ້ອມກັນພັດທະນາ. ເນື່ອງໃນໂອກາດນີ້, ສະຫະພັນ ຊາວໜຸ່ມ ຫວຽດນາມ ແຂວງ ກຽນຢາງ ແລະ ສະຫະພັນບັນດາອົງການມິດຕະພາບແຂວງ ໄດ້ມອບຂອງຂວັນ 69 ພູດ ແລະ ທຶນການສຶກສາ 12 ທຶນ ໃຫ້ແກ່ນັກສຶກສາ ລາວ, ກຳປູເຈຍ ທີ່ພວມຮ່ຳຮຽນ ຢູ່ມະຫາວິທະຍາໄລ ກຽນຢາງ.
(ແຫຼ່ງຄັດຈາກ VOV)

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ວັນທີ 1 ກໍລະກົດ, ຢູ່ ວໍຊິງຕັນ, ສະພາສູງ ອາເມລິກາ ໂດຍພັກສາທາລະນະຄວບຄຸມໄດ້ຮັບຮອງເອົານະໂຍບາຍພົວພັນພາຍໃນປະເທດຢ່າງຮອບດ້ານຂອງທ່ານປະທານາທິບໍດີ Donald Trump ດ້ວຍອັດຕາບັດສະໜັບສະໜູນ 51 ບັດ ແລະ ບັດຄ້ານ 50 ບັດ.

Top