• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການພົວພັນລະຫວ່າງ ອະເມຣິກາ ແລະ ອາຊຽນນັບມືນັບແທດຈິງ

      ສະຖາບັນອະເມຣິກາ ແລະ ອາຊີ ຫາກໍຈັດການຕ້ອນຮັບປີໃໝ່ ປີຈໍ 2018 ດ້ວຍການໃຫ້ກຽດເຂົ້າຮ່ວມຂອງບັນດາການນໍາລັດຖະບານ, ສະພາແຫ່ງຊາດ, ບັນດາອົງການ, ວິສາຫະກິດຂອງອະເມຣິກາ ແລະຜູ້ຕາງໜ້າບັນດາປະເທດອາຊີກໍໄດ້ເຂົ້າຮ່ວມເປັນຈໍານວນຫຼວງຫຼາຍ.

ທ່ານ ເອກອັກຄະລັດຖະທູດຫວຽດນາມປະຈຳອະເມລິກາ ຟ້າມກວາງວິງ
      ໃນບົດກ່າວປາໄສທີ່ພິທີໄຂ, ທ່ານປະທານສະຖາບັນອະເມຣິກາ - ອາຊີ Glen Lau Keeສະແດງຄວາມຍິນດີທີ່ໄດ້ຈັດການຕ້ອນຮັບບຸນປີໃໝ່ຕາມຈັນທະປະຕິທິນທຸກປີ ເພື່ອເຊືຶ່ອມຕໍ່ອະເມລິກາກັບເພື່ອນມິດອາຊີ; ຢືນຢັນໜ້າທີ່ຂອງອາຊີກັບອະເມລິກາ ແລະ ສະຖາບັນອະເມລິກາ - ອາຊີ ຍາມໃດກໍຕັດສິນໃຈໜູນຊ່ວຍການຊຸກຍູ້ການພົວພັນລະຫວ່າງລັດຖະບານອະເມລິກາ ແລະ ອາຊີ.
ກ່າວປາໄສທີ່ພິທີ, ທ່ານ ເອກອັກຄະລັດຖະທູດຫວຽດນາມປະຈຳອະເມລິກາ ຟ້າມກວາງວິງໄດ້ຕີລາຄາສູງການພົວພັນຮ່ວມມືລະຫວ່າງອະເມລິກາກັບບັນດາປະເທດໃນພາກພື້ນ, ໃນນັ້ນມີອາຊຽນສືບຕໍ່ພັດທະນາຢ່າງເຂັ້ມແຂງໃນຫຼາຍຂົງເຂດ, ປະກອບສ່ວນຢ່າງແທດຈິງເຂົ້າໃນການສັນຕິພາບ, ຄວາມໝັ້ນຄົງ ແລະການຮ່ວມມືພັດທະນາໃນພາກພື້ນ. ທ່ານ ເອກອັກຄະລັດຖະທູດຫວຽດນາມປະຈຳອະເມລິກາ ຟ້າມກວາງວິງຊົມເຊີຍການປະກອບສ່ວນທີ່ສຳຄັນຂອງສະຖາບັນອະເມລິກາກັບອາຊີ ແລະເຊື່ອໝັ້ນວ່າ ທາງສະຖາບັນຈະສືບຕໍ່ພ້ອມກັບບັນດາເອກອັກຄະລັດຖະທູດຂອງບັນດາປະເທດອາຊຽນ ແລະ ອາຊີ ຮ່ວມມືກັນຢ່າງແໜ້ນແຟ້ນ ແລະປະກອບສ່ວນເຂົ້າໃນການຊຸກຍູ້ການພົວພັນ ລະ ຫວ່າງອະເມລິກາກັບອາຊີ ໃຫ້ພັດທະນາຢ່າງເຂັ້ມແຂງກວ່າອີກ.
 (ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top