• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການພົວພັນລະຫວ່າງ ຫວຽດນາມ - ອິນໂດເນເຊຍ: ຫວນຄືນ 65 ປີທີ່ຜ່ານມາ ແລະ ເສັ້ນທາງ ໃນພາຍພາກໜ້າ

      ກອງປະຊຸມສຳມະນາ ຫວນຄືນ 65 ປີແຫ່ງວັນສ້າງຕັ້ງການພົວພັນລະຫວ່າງ ຫວຽດນາມ - ອິນໂດເນເຊຍ ແລະ ເສັ້ນທາງໃນພາຍພາກໜ້າໄດ້ດຳເນີນໃນຕອນເຊົ້າວັນທີ 26 ຕຸລາ, ຢູ່ຮ່າໂນ້ຍ.

ທ່ານ ຫງວຽນກ໊ວກຢຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມກ່າວຄຳເຫັນທີ່ກອງປະຊຸມສຳມະນາ (ພາບ:qdnd.vn)
      ນີ້ແມ່ນການເຄື່ອນໄຫວໃນຂອບເຂດການສະເຫຼີມສະຫຼອງ 65 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ລະຫວ່າງ ຫວຽດນາມ ແລະ ອິນໂດເນເຊຍ (30 ທັນວາ 1955 – 30 ທັນວາ 2020), ເພື່ອແນໃສ່ຕີລາຄາບັນດາໝາກຜົນທີ່ບັນລຸໄດ້ໃນປະຫວັດສາດການພົວພັນລະຫວ່າງ ສອງປະເທດ ແລະ ສະເໜີບັນດາກຳນົດທິດພັດທະນາໃນອະນາຄົດ.
        ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານ ຫງວຽນກ໊ວກຢຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ເນັ້ນໜັກວ່າ ໃນຊຸມປີຜ່ານມາ, ສອງປະເທດໄດ້ແບ່ງປັນຜົນປະໂຫຍດລວມໃນການຊຸກຍູ້ການເຊື່ອມຕໍ່ພາກພື້ນ ແລະ ເຊື່ອມໂຍງເຂົ້າກັບສາກົນ, ພິເສດແມ່ນເມື່ອ ຫວຽດນາມ ຮັບດຳລົງຕຳແໜ່ງເປັນປະທານອາຊຽນ ແລະ ສອງປະເທດລ້ວນແຕ່ແມ່ນກຳມະການບໍ່ປະຈຳການຂອງສະພາຄວາມໝັ້ນຄົງ ສປຊ. ທ່ານກ່າວວ່າ:
        ໂລກລະບາດ Covid – 19 ເກີດຂຶ້ນແມ່ນສິ່ງພິສູດໃຫ້ເຫັນການຮ່ວມມືຢ່າງແໜ້ນແຟ້ນລະຫວ່າງ ສອງປະເທດ. ການນຳສອງປະເທດ ໄດ້ມີບັນດາການແລກປ່ຽນ, ແບ່ງປັນ, ປະສົບການ, ປຶກສາຫາລື ມາດຕະການຮັບມືກັບໂລກລະບາດ Covid – 19 ກໍ່ຄືໜູນຊ່ວຍວິສາຫະກິດ ແລະ ປະຊາຊົນສອງປະເທດ. ຢູ່ລະດັບພາກພື້ນ ແລະ ສາກົນ ສອງປະເທດໄດ້ສົມທົບກັນຢ່າງແໜ້ນແຟ້ນ ແລະ ສະໜັບສະໜູນເຊິ່ງກັນແລະກັນຢູ່ບັນດາກົນໄກເວທີປາໄສຄື ຊຸກຍູ້ວິໄສທັດລວມຂອງ ອາຊຽນ, ຊຸກຍູ້ທັດສະນະອາຊຽນກ່ຽວກັບ ມະຫາສະມຸດອິນເດຍ - ປາຊີຟິກ, ສົມທົບກັນຢ່າງແໜ້ນແຟ້ນໃນບັນດາກົນໄກຮ່ວມມືຕ່າງໆ.
        ບັນດາຜົນງານທີ່ບັນລຸໄດ້ໃນໄລຍະ 65 ປີທີ່ຜ່ານມາ ແມ່ນປະຖົມປັດໄຈເພື່ອຊຸກຍູ້ການພົວພັນຢ່າງໝັ້ນຄົງ ແລະ ສະໜິດຕິດພັນລະຫວ່າງ ຫວຽດນາມ ແລະ ອິນໂດເນເຊຍ ຂຶ້ນສູ່ລະດັບສູງໃໝ່ ໃນ “ເສັ້ນທາງໃນພາຍພາກໜ້າ”, ພິເສດແມ່ນໃນສະພາບການ ໂລກລະບາດໂຄວິດ - 19 ພວມສ້າງສິ່ງທ້າທາຍທີ່ຍັງບໍ່ເຄີຍມີມາກ່ອນສຳລັບພາກພື້ນ ແລະ ສາກົນ.
 (ແຫຼ່ງຄັດຈາກ VOV)
 

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top