• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການພົວພັນກຳປູເຈຍ-ຫວຽດນາມຍບາມໃດກໍ່ສະໜິດຕິດພັນ

ທ່ານ​ນາງ​ ຫງວຽນ​ທິກິມ​ເງິນ
ພົບ​ປະ​ເຈລະຈາ​ກັບ​ ທ່ານ​ Sandech Hunsen

      ຕອນ​ບ່າຍ​ວັນ​ທີ 20/12 ທີ່​ການ​ພົບ​ປະ​ເຈລະຈາ​ກັບ​ທ່ານ​ນາຍົກລັດຖະມົນຕີ​ແຫ່ງ​ລາຊະ​ອານາຈັກ ກຳປູ​ເຈຍ Sandech Hunsen ພວມ​ຢ້ຽມຢາມ ຫວຽດນາມ ຢ່າງ​ເປັນ​ທາງ​ການ, ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຫງວຽນ​ທິກິມ​ເງິນ ຊົມ​ເຊີຍ​ບັນດາ​ໝາ​ກຜົນ​ຂອງ​ການ​ເຈລະຈາ​ລະຫວ່າງນາຍົກລັດຖະມົນຕີ 2 ທ່ານ ​ແລະ ສະ​ແດງ​ຄວາມປິ​ຕິ​ຊົມຊື່ນຕໍ່​ການ​ພົວພັນ “ບ້ານ​ໃກ້​ເຮືອນ​ຄຽງ​ອັນ​ດີງາມ, ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ການ​ຮ່ວມ​ມື​ຮອບດ້ານ, ຍືນ​ຍົງ​ຍາວ​ນານ​” ລະຫວ່າງ 2 ປະ​ເທດ ​ໄດ​້ມີ​ບາດກ້າວ​ພັດທະນາ​ຢ່າງ​ຕັ້ງໜ້າ​ໃນ​ໄລຍະ​ຜ່ານ​ມາ. ທ່ານ​ນາງ ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ ​​ເນັ້ນໜັກ​ວ່າ: ສະພາ​ແຫ່ງ​ຊາດ ຫວຽດນາມ​ ຍາມ​ໃດ​ກໍ່​ຈະ​ຮຽງ​ບ່າ​ຮຽງ​ໄຫຼ່ກັບ​ພັກ, ປະຊາຊົນ ກຳປູ​ເຈຍ ​ແລະ ປາດ​ຖະໜາ​ວ່າ ກຳປູ​ເຈຍ ຈະ​ຍາດ​ໄດ້​ໄຊຊະນະ​ອັນ​ໃຫຍ່​ຫລວງ​ໃນ​ການ​ເລືອກ​ຕັ້ງ​ສະພາ​ປະຊາຊົນ​ຂັ້ນ​ຕາ​ແສງ​ປີ 2017 ​ແລະ ການ​ເລືອກ​ຕັ້ງ​ສະພາ​ແຫ່​ງຊາດ​ປີ 2018. ທ່ານ​ນາຍົກລັດຖະມົນຕີ ກຳປູ​ເຈຍ Sandech Hunsen ຂອບ​ອົກ​ຂອບ​ໃຈ​ສະພາ​ແຫ່ງ​ຊາດ ຫວຽດນາມ ​ໄດ້​ສະໜັບ​ສະ​ໜູນ ​ແລະ ສ້າງ​ເງື່ອນ​ໄຂ​ສະດວກ​ກ່ຽວ​ກັບ​ດ້ານ​ນິຕິ​ກຳ​ໃຫ້ການ​ຮ່ວມ​ມື​ລະຫວ່າງ 2 ລັດຖະບານ. ​​ໃນ​ຍາມ ​ປະສົບ​ກັບຄວາມ​ຫຍຸ້ງຍາກ 2 ປະ​ເທດ ຍາມ​ໃດ​ກໍ່​ໄດ້​ຮຽງ​ບ່າ​ຮຽງ​ໄຫລ່​ນຳ​ກັນ, ມາ​ໃນ​ປະຈຸ​ບັນ ​ເຖິງ​ວ່າ​ໂລກ​ມີ​ການ​ຜັນ​ແປຫລາຍ​ຢ່າງກໍ່ຕາມ, ​ແຕ່ການ​ພົວພັນລະຫວ່າງ 2 ປະ​ເທດ​ຍາມ​ໃດ​ກໍ່​ຍັງ​ສະໜິດ​ຕິດ​ພັນ, ບໍ່​ປະ​ໃຫ້ອິດ​ທິກຳລັງ​ທີ່​ເປັນ​ປໍ​ລະ​ປັກ​ມາ​ແບ່ງ​ແຍກ​ການ​ພົວພັນ​ນັ້ນ. ດ້ວຍ​ບົດ​ບາດ ​ແລະ ຄວາມ​ຮັບຜິດຊອບ​ຂອງ​ຕົນ ທ່ານ​ນາຍົກລັດຖະມົນຕີ Sandech Hunsen ຢືນຢັນ​ວ່າ​ຈະ​ສຶກສາ​ອົບຮົມ​ລຸ້ນໜຸ່ມ​ໃຫ້​​ເຂົ້າ​ໃຈ​​ແຈ້ງກ່ຽວ​ກັບຄຸນຄ່າ​ເປັນ​ຕາຍ​ຂອງ 2 ປະ​ເທດ ​ໃນ​ໄລຍະ​ຜ່ານ​ມາ ​.
 (ແຫຼ່ງຄັດຈາກ VOV)
 

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top