• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການພົບປະປີ 2017ເພື່ອການຮ່ວມມື ແລະ ພັດທະນາ

      “ ເພີ່ມທະວີການຮ່ວມມືເພື່ອການພັດທະນາແບບຍືນຍົງ ” ນີ້ແມ່ນຫົວຂໍ້ຂອງເຫດການ ພົບປະປີ 2017ເພື່ອການຮ່ວມມື ແລະ ພັດທະນາໂດຍສະຫະສະມາຄົມວິທະຍາສາດ ແລະ ເຕັກນິກຫວຽດນາມຈັດຕັ້ງໃນຕອນບ່າຍວັນທີ 9 ທັນວາຢູ່ຮ່າໂນ້ຍ

ການພົບປະປີ 2017ເພື່ອການຮ່ວມມື ແລະ ພັດທະນາ 
      ນີ້ແມ່ນເຫດການຖືກຈັດຂຶ້ນປະຈຳປີ ນັບແຕ່ປີ 2015 ເປັນຕົ້ນມາຊຶ່ງ ສະຫງວນໃຫ້ແກ່ບັນດາອົງການວິທະຍາສາດ ແລະ ເຕັກໂນໂລຢີທີ່ຂຶ້ນກັບສະຫະສະມາຄົມວິທະຍາສາດ ແລະ ເຕັກນິກຫວຽດນາມໃນຂົງເຂດຮ່ວມມືສາກົນ ແລະ ພັດທະນາແບບຍືນຍົງ. ຕາມທ່ານ ງຽມວູ້ຂາຍ ຮອງປະທານສະຫະສະມາຄົມວິທະຍາສາດ ແລະ ເຕັກນິກຫວຽດນາມແລ້ວ, ພາຍຫຼັງທີ່ຫວຽດນາມຫຼຸດພົ້ນອອກຈາກສະພາບປະເທດພວມພັດທະນາມີລາຍຮັບຕ່ຳ, ບັນດາແຫຼ່ງທຶນອຸປະຖຳສາກົນ ກໍຄ່ອຍຫຼຸດຜ່ອນລົງ. ໃນສະພາບການໃຫມ່, ພ້ອມກັບການຊຸກຍູ້ການປັບຍປຸງການພົວພັນກັບບັນດາຄູ່ຮ່ວມມືທີ່ເປັນມູນເຊື້ອ, ບັນດາຫົວໜ່ວຍທີ່ຂຶ້ນກັບສະຫະສະມາຄົມວິທະຍາສາດ ແລະ ເຕັກນິກຫວຽດນາມ ຄວນສ້າງຮູບແບບໃໝ່ໃນການຂົນຂວາຍທຶນອຸປະຖຳ. ທ່ານ ງຽມວູ້ຂາຍ ເນັ້ນໜັກວ່າ :     “ ເຮັດແນວໃດເພື່ອປຸກລະດົມການປະກອບສ່ວນໃນລະດັບສູງສຸດ, ພ້ອມທັງຍູ້ແຮງການຮ່ວມສຳພັນ ແລະ ການຮ່ວມມື, ເຊື່ອມຕໍ່ກັນລະຫວ່າງບັນດາຫົວໜ່ວຍທີ່ຂຶ້ນກັບສະຫະສະມາຄົມວິທະຍາສາດ ແລະ ເຕັກນິກຫວຽດນາມ ແລະ ບັນດາວິສາຫະກິດຢູ່ພາຍໃນ ແລະ ຕ່າງປະເທດ, ບັນດາອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານ, ເປັນຕົ້ນແມ່ນບັນດາກະຊວງ, ຂະແໜງການ, ອົງການຢູ່ທ້ອງຖິ່ນລະດົມແຫຼ່ງກຳລັງ ”.
ແຫຼ່ງຄັດຈາກ VOV

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top