• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການພົບປະຄັ້ງຕ່າງໆຂອງທ່ານນາງປະທານສະພາແຫ່ງຊາດຫງວຽນທິກິມເງິນຢູ່ນອກກອງປະຊຸມ IPU 140

ສະພາແຫ່ງຊາດຫວຽດນາມ ໄດ້, ພວມ ແລະ ຈະຜັນຂະຫຍາຍບັນດາການເຄື່ອນໄຫວເພື່ອແນໃສ່ຊຸກຍູ້ບົດບາດຂອງສະພາແຫ່ງຊາດສຳລັບການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ.


(ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຕ້ອນຮັບ

ທ່ານ Martin Chungong, ເລຂາທິການໃຫຍ່ສະຫະພັນລັດຖະສະພາສາກົນ)


ຕອນບ່າຍວັນທີ 08 ເມສາ, ຢູ່ໂດຮາ, ປະເທດກາຕາ, ທີ່ການຕ້ອນຮັບທ່ານ Martin Chungong, ເລຂາທິການໃຫຍ່ສະຫະພັນລັດຖະສະພາສາກົນ (IPU), ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ສະແດງໃຫ້ເຫັນຄວາມເພິ່ງພໍໃຈກ່ຽວກັບບັນດາໝາກຜົນຮ່ວມມືລະອຽດລະຫວ່າງ IPU - ສະພາແຫ່ງຊາດຫວຽດນາມ ແລະ ສະຫະປະຊາຊາດ ປະຈຳຫວຽດນາມ ເພື່ອແນໃສ່ຫັນການພົວພັນຄູ່ຮ່ວມມືລັດຖະສະພາໃຫ້ປະກົດຜົນເປັນຈິງ. ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໃຫ້ຮູ້ວ່າ, ດ້ວຍການສະໜັບສະໜູນຂອງ IPU ເວົ້າລວມ ແລະ ທ່ານເລຂາທິການໃຫຍ່ IPU ເວົ້າສະເພາະ, ສະພາແຫ່ງຊາດຫວຽດນາມ ໄດ້, ພວມ ແລະ ຈະຜັນຂະຫຍາຍບັນດາການເຄື່ອນໄຫວເພື່ອແນໃສ່ຊຸກຍູ້ບົດບາດຂອງສະພາແຫ່ງຊາດສຳລັບການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ. ໃນໄລຍະຈະມາເຖິງ, ສະພາແຫ່ງຊາດຫວຽດນາມ ຈະສືບຕໍ່ກຳນົດການເຂົ້າຮ່ວມບັນດາການເຄື່ອນໄຫວຂອງ IPU ແມ່ນໜ້າທີ່ສຳຄັນໃນບັນດາການເຄື່ອນໄຫວພົວພັນຕ່າງປະເທດລັດຖະສະພາຫຼາຍຝ່າຍ ເພື່ອແນໃສ່ຊຸກຍູ້ ແລະ ປົກປ້ອງບັນດາຜົນປະໂຫຍດຂອງຫວຽດນາມ, ກໍຄືຄວາມເອົາໃຈໃສ່ລວມສຳລັບບັນດາບັນຫາໃນທົ່ວໂລກ.

        ແລະກໍ່ໃນຕອນບ່າຍວັນທີ 08 ເມສາ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ມີການພົບປະເຈລະຈາກັບທ່ານ Ahmad Bin Abdullah Al Mahmoud, ປະທານລັດຖະສະພາ Shura, ປະເທດກາຕາ. ຢູ່ທີ່ນີ້, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໃຫ້ຮູ້ວ່າ, ຫວຽດນາມ ຖືເປັນສຳຄັນການພົວພັນກັບກາຕາ ແລະ ປາດຖະໜາວ່າ 2 ຝ່າຍຈະສືບຕໍ່ຮ່ວມມືໃນຫຼາຍຂົງເຂດ, ແລກປ່ຽນການສົ່ງອອກສິນຄ້າເຊິ່ງ 2 ຝ່າຍມີທ່າແຮງ. ທີ່ການພົບປະເຈລະຈາ, ການນຳ 2 ທ່ານກໍ່ໄດ້ປຶກສາຫາລື, ແບ່ງປັນບັນດາບົດຮຽນໃນການເຄື່ອນໄຫວບໍລິຫານຂອງສະພາແຫ່ງຊາດ, ລັດຖະສະພາ, ກໍຄືກ່ຽວກັບວຽກງານສ້າງກົດໝາຍ.

(ແຫຼ່ງຄັດຈາກ VOV)

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

ວັນທີ 4 ກໍລະກົດ, ອົງການພະລັງງານປະລະມານູສາກົນ (IAEA) ໃຫ້ຮູ້ວ່າ ອົງການນີ້ໄດ້ຖອນຕົວນັກກວດການິວເຄຼຍອອກຈາກອີຣານ ຍ້ອນຄວາມວິຕົກກັງວົນຕໍ່ບັນຫາກ່ຽວກັບຄວາມປອດໄພ.

Top