ຂ່າວສານ ການບໍລິການແທັກຊີ ໄຟຟ້າ ຂຽວ SM ຂອງ ຫວຽດນາມ ໄດ້ເປີດບໍລິການຢູ່ຕະຫຼາດ ລາວ ຢ່າງເປັນທາງການ 10/11/2023 ວັນທີ 9 ພະຈິກ, ຢູ່ນະຄອນຫຼວງ ວຽງຈັນ, ເຄື່ອງໝາຍລົດແທັກຊີໄຟຟ້າ ຂຽວ ຂອງ ຫວຽດນາມ ຂຽວ SM ໄດ້ ເປີດບໍລິການຢ່າງເປັນທາງການ. ນີ້ແມ່ນຕະຫຼາດຕ່າງປະເທດທຳອິດໃນແຜນການສູ້ຊົນກາຍເປັນບໍລິສັດສະໜອງການບໍລິການຂົນສົ່ງດ້ວຍລົດໄຟຟ້າທີ່ມີຂອບເຂດສາກົນຂອງບໍລິສັດຫຸ້ນສ່ວນເຄື່ອນທີ່ ສີຂຽວ ແລະ ອັດສະລິຍະ GSM. ພິທີເປີດບໍລິການຢ່າງເປັນທາງການ (ພາບ: VOV)ໃນໄລຍະທຳອິດ, ການບໍລິການແທັກຊີໄຟຟ້າ ຂຽວ SM ຈະເຄື່ອນໄຫວຢູ່ນະຄອນຫຼວງວຽງຈັນ ດ້ວຍລົດໄຟຟ້າ VinFast VF 5 Plus 150 ຄັນ. ຫຼັງຈາກນັ້ນ, ທາງບໍລິສັດ ຈະເປີດກວ້າງການເຄື່ອນໄຫວໄປຍັງບັນດາສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງ ແລະ ບັນດາແຂວງ, ນະຄອນອື່ນຂອງລາວ, ດ້ວຍຈຳນວນລົດຄາດຄະເນຂຶ້ນເຖິງ 1.000 ຄັນ. ຕາມ GSM ແລ້ວ, ນັບແຕ່ວັນທີ 9 ພະຈິກ, ປະຊາຊົນນະຄອນຫຼວງ ວຽງຈັນ ແລະ ແຂກທ່ອງທ່ຽວສາກົນເມື່ອມາຢາມ ລາວ ສາມາດຈອງລົດແທັກຊີ ຂຽວ SM ຜ່ານແອັບຟຣີເຄຊັນ ຂຽວ SM Laos ຫຼືສາມາດເຊົ່າລົດໂດຍກົງຢູ່ຕາມທາງກໍໄດ້. ໄປຄຽງຄູ່ກັບການສະໜອງການບໍລິການຂົນສົ່ງທີ່ມີຄຸນນະພາບສູງ, GSM ຍັງມຸ່ງໄປເຖິງເປົ້າໝາຍໃຫ້ປະຊາຊົນລາວໄດ້ສຳຜັດກັບລົດໄຟຟ້າຢ່າງທົ່ວເຖິງ ຜ່ານການພັດທະນາລະບົບນິເວດການບໍລິການເຄື່ອນທີ່ສີຂຽວ, ລວມທັງການໃຫ້ເຊົ່າລົດໄຟຟ້າ, ເຊົ່າລົດແບບຄົບວົງຈອນ, ເຊົ່າລົດທ່ອງທ່ຽວ,…. ນຳມາເຊິ່ງມາດຕະການຮອບດ້ານ, ຊຸກຍູ້ທ່າອ່ຽງເຄື່ອນທີ່ດ້ວຍລົດໄຟຟ້າໃຫ້ປະຊາຊົນແຕ່ລະຄົນ. ຢູ່ລາວ, ລັດຖະບານ ໄດ້ວາງຄາດໝາຍຮອດປີ 2030, 30% ຍານພາຫະນະທັງໝົດທີ່ນຳໃຊ້ຢູ່ລາວ ຈະເປັນລົດໄຟຟ້າ. (ແຫຼ່ງຄັດຈາກ VOV)

ວັນທີ 9 ພະຈິກ, ຢູ່ນະຄອນຫຼວງ ວຽງຈັນ, ເຄື່ອງໝາຍລົດແທັກຊີໄຟຟ້າ ຂຽວ ຂອງ ຫວຽດນາມ ຂຽວ SM ໄດ້ ເປີດບໍລິການຢ່າງເປັນທາງການ. ນີ້ແມ່ນຕະຫຼາດຕ່າງປະເທດທຳອິດໃນແຜນການສູ້ຊົນກາຍເປັນບໍລິສັດສະໜອງການບໍລິການຂົນສົ່ງດ້ວຍລົດໄຟຟ້າທີ່ມີຂອບເຂດສາກົນຂອງບໍລິສັດຫຸ້ນສ່ວນເຄື່ອນທີ່ ສີຂຽວ ແລະ ອັດສະລິຍະ GSM. ພິທີເປີດບໍລິການຢ່າງເປັນທາງການ (ພາບ: VOV)ໃນໄລຍະທຳອິດ, ການບໍລິການແທັກຊີໄຟຟ້າ ຂຽວ SM ຈະເຄື່ອນໄຫວຢູ່ນະຄອນຫຼວງວຽງຈັນ ດ້ວຍລົດໄຟຟ້າ VinFast VF 5 Plus 150 ຄັນ. ຫຼັງຈາກນັ້ນ, ທາງບໍລິສັດ ຈະເປີດກວ້າງການເຄື່ອນໄຫວໄປຍັງບັນດາສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງ ແລະ ບັນດາແຂວງ, ນະຄອນອື່ນຂອງລາວ, ດ້ວຍຈຳນວນລົດຄາດຄະເນຂຶ້ນເຖິງ 1.000 ຄັນ. ຕາມ GSM ແລ້ວ, ນັບແຕ່ວັນທີ 9 ພະຈິກ, ປະຊາຊົນນະຄອນຫຼວງ ວຽງຈັນ ແລະ ແຂກທ່ອງທ່ຽວສາກົນເມື່ອມາຢາມ ລາວ ສາມາດຈອງລົດແທັກຊີ ຂຽວ SM ຜ່ານແອັບຟຣີເຄຊັນ ຂຽວ SM Laos ຫຼືສາມາດເຊົ່າລົດໂດຍກົງຢູ່ຕາມທາງກໍໄດ້. ໄປຄຽງຄູ່ກັບການສະໜອງການບໍລິການຂົນສົ່ງທີ່ມີຄຸນນະພາບສູງ, GSM ຍັງມຸ່ງໄປເຖິງເປົ້າໝາຍໃຫ້ປະຊາຊົນລາວໄດ້ສຳຜັດກັບລົດໄຟຟ້າຢ່າງທົ່ວເຖິງ ຜ່ານການພັດທະນາລະບົບນິເວດການບໍລິການເຄື່ອນທີ່ສີຂຽວ, ລວມທັງການໃຫ້ເຊົ່າລົດໄຟຟ້າ, ເຊົ່າລົດແບບຄົບວົງຈອນ, ເຊົ່າລົດທ່ອງທ່ຽວ,…. ນຳມາເຊິ່ງມາດຕະການຮອບດ້ານ, ຊຸກຍູ້ທ່າອ່ຽງເຄື່ອນທີ່ດ້ວຍລົດໄຟຟ້າໃຫ້ປະຊາຊົນແຕ່ລະຄົນ. ຢູ່ລາວ, ລັດຖະບານ ໄດ້ວາງຄາດໝາຍຮອດປີ 2030, 30% ຍານພາຫະນະທັງໝົດທີ່ນຳໃຊ້ຢູ່ລາວ ຈະເປັນລົດໄຟຟ້າ.
ບັນດາບົດຕໍ່ໄປ ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ປຸກລະດົມຂະບວນການປະຢັດພະລັງງານ12/03/2026ຂ່າວສານທີ່ກອງປະຊຸມ, ໜ່ວຍປະຕິບັດງານຄວາມໝັ້ນຄົງດ້ານພະລັງງານ ໄດ້ຍົກອອກແຜນການຮັກສາຄວາມເປັນປົກກະຕິ ແລະ ຄວບຄຸມສະພາບນ້ຳມັນໃນເດືອນ ມີນາ, ກະກຽມແຜນການໃຫ້ແກ່ຊຸມເດືອນຕໍ່ໄປ. ທ່ານຮອງປະທານສະພາແຫ່ງຊາດ ເຈິ່ນກວາງເຟືອງ ໄປກວດກາວຽກງານກະກຽມການເລືອກຕັ້ງຢູ່ ແທັງຮວາ12/03/2026ຂ່າວສານເພີ່ມທະວີການເຊື່ອມຕໍ່ດ້ານການທ່ອງທ່ຽວ ຫວຽດນາມ - ໄທ: ຊອກຫາໂອກາດໃນສະພາບການທີ່ຜັນຜວນ12/03/2026ຂ່າວສານຫວຽດນາມ ເພີ່ມທະວີການຮ່ວມມືກັບ UNDP, WHO ໃນການປັບປຸງຄຸນນະພາບອາກາດ12/03/2026ຂ່າວສານນະຄອນ ໂຮ່ຈີມິນ ຈະແມ່ນທ້ອງຖິ່ນທຳອິດກໍ່ສ້າງສູນຂໍ້ມູນ AI12/03/2026ຂ່າວສານວິກິດການຢູ່ຕາເວັນອອກກາງ: IEA ສະເໜີປ່ອຍປະລິມານນ້ຳມັນແຮສາງສະຖິຕິ ເພື່ອຫຼຸດລາຄານ້ຳມັນລົງ12/03/2026ຂ່າວສານຫວຽດນາມ ຖືເປັນສຳຄັນການຮ່ວມມືດ້ານພະລັງງານກັບວິສາຫະກິດ ອາເມລິກາ12/03/2026ຂ່າວສານ ອ່ານເພີ່ມ