• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການນຳພັກ,ລັດເຂົ້າສຸສານໄວ້ອາໄລປະທານ ໂຮ່ຈິມິນ ເນື່ອງໃນໂອກາດສະເຫຼີມສະຫຼອງ 73ປີ ແຫ່ງວັນຊາດ ຫວຽດນາມ 02 ກັນຍາ

ເນື່ອງໃນໂອກາດສະເຫຼີມສະຫຼອງ 73 ປີແຫ່ງວັນການປະຕິວັດເດືອນສິງຫາ (19 ສິງຫາ 1945 – 19 ສິງຫາ 2018) ແລະ ວັນຊາດປະເທດສສ.ຫວຽດນາມ (02 ກັນຍາ 1945 – 02 ກັນຍາ 2018)

(ການນຳພັກ, ລັດເຂົ້າສຸສານໄວ້ອາໄລປະທານໂຮ່ຈິມິນ)

ຕອນເຊົ້າວັນທີ 31 ສິງຫາ, ຄະນະຜູ້ແທນຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ປະທານປະເທດ, ສະພາແຫ່ງຊາດ, ລັດຖະບານ, ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ໄປວາງພວງມາລາ, ເຂົ້າສຸສານໄວ້ອາໄລປະທານໂຮ່ຈິມິນ.

        ເຂົ້າຮ່ວມພິທີໄວ້ອາໄລມີ: ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຝູຈ້ອງ; ທ່ານອະດີດເລຂາທິການໃຫຍ່ ເລຂາຟຽວ, ທ່ານ ນົງດຶກແມ້ງ; ທ່ານປະທານປະເທດ ເຈີ່ນດ້າຍກວາງ; ທ່ານອະດີດປະທານປະເທດ ເຈີ່ນດຶກເລືອງ; ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ; ທ່ານອະດີດນາຍົກລັດຖະມົນຕີ ຫງວຽນເຕີນຢຸງ; ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ; ອະດີດປະທານສະພາແຫ່ງຊາດ ຫງວຽນວັນອານ; ທ່ານປະທານສູນກາງແນວໂຮມປະເທດຊາດຫວຽດນາມ ເຈີ່ນແທງເໝີນ.

        ພ້ອມກັນເຂົ້າຮ່ວມມີບັນດາການນຳ, ອະດີດການນຳພັກ, ລັດ; ບັນດາກຳມາທິການກົມການເມືອງ, ເລຂາສູນກາງພັກ, ຮອງປະທານປະເທດ, ຮອງນາຍົກລັດຖະມົນຕີ, ຮອງປະທານສະພາແຫ່ງຊາດ; ບັນດານັກປະຕິວັດຜູ້ອະວຸໂສ ແລະ ການນຳບັນດາຄະນະ, ກະຊວງ, ຂະແໜງການ, ອົງການຈັດຕັ້ງຂັ້ນສູນກາງ.

        ພວງມາລາຂອງຄະນະມີແຖວໜັງສືຂຽນວ່າ “ສະແດງຄວາມຮູ້ບຸນຄຸນປະທານໂຮ່ຈິມິນຜູ້ຍິ່ງໃຫຍ່ຕະຫຼອດໄປ”. ດ້ວຍຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ບັນດາການນຳພັກ, ລັດໄດ້ກົມຫົວໄວ້ອາໄລຫາປະທານໂຮ່ຈິມິນ, ເຊິ່ງເປັນຜູ້ນຳທີ່ມີຄວາມເກັ່ງກ້າສາມາດ, ນັກວິລະຊົນປົດປ່ອຍຊາດ, ນັກວັດທະນະທຳທີ່ມີຊື່ສຽງໃນໂລກ.

        ຕໍ່ຈາກນັ້ນແມ່ນບັນດາຄະນະຜູ້ແທນຂອງພາກສ່ວນຕ່າງໆເຂົ້າວາງພວງມາລາ, ເຂົ້າສຸສານໄວ້ອາໄລປະທານໂຮ່ຈິມິນ ຕາມລຳດັບ.

(ແຫຼ່ງຄັດຈາກ VOV)

 
 

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກ ໄດ້ຊີ້ແຈ້ງວ່າການປ່ອຍເງິນຂອງລັດ ປີ 2025 ມີບາດກ້າວພັດທະນາ. ໃນ 8 ເດືອນ ທີ່ຜ່ານມາ, ການປ່ອຍເງິນທຶນລົງທຶນຂອງລັດ ບັນລຸໄດ້ 46 % ຕາມແຜນທີ່ນາຍົກໄດ້ມອບໃຫ້, ເພີ່ມຂຶ້ນ 6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

Top