• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການຖະແຫຼງຂ່າວກອງປະຊຸມ ລັດຖະມົນຕີເສດຖະກິດ ອາຊຽນ ຄັ້ງທີ 52 ທາງອອນລາຍ ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ

      ຕອນເຊົ້າວັນທີ 30 ສິງຫາ, ຢູ່ຮ່າໂນ້ຍ, ທ່ານເຈິ່ນຕ໊ວນແອັງ ລັດຖະມົນຕີກະຊວງອຸດສາຫະກຳ ການຄ້າ ຫວຽດນາມ ໄດ້ເປັນປະທານການຖະແຫຼງຂ່າວກ່ຽວກັບໝາກຜົນກອງປະຊຸມລັດຖະມົນຕີເສດຖະກິດ ອາຊຽນ ຄັ້ງທີ 52 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ (AEM - 52) ໂດຍໄດ້ຈັດຕັ້ງຂຶ້ນທາງອອນລາຍໃນລະຫວ່າງ ວັນທີ 22 – 29 ສິງຫາ ປີ 2020.

ທ່ານລັດຖະມົນຕີເຈິ່ນຕ໊ວນແອັງເປັນປະທານຖະແຫຼງຂ່າວ (ພາບ: ກະຊວງອຸດສາຫະກຳ ແລະ ການຄ້າ)
      ທ່ານເຈິ່ນຕ໊ວນແອັງ ລັດຖະມົນຕີກະຊວງອຸດສາຫະກຳການຄ້າ ຫວຽດນາມ ໃຫ້ຮູ້ວ່າ ໝາກຜົນສຳຄັນທີ່ສຸດທີ່ບັນລຸໄດ້ທີ່ກອງປະຊຸມ AEM – 52 ຄັ້ງນີ້ ສຳລັບຫວຽດນາມ ແມ່ນເລື່ອງບັນດາທ່ານລັດຖະມົນຕີໄດ້ເຫັນດີເປັນເອກະພາບຈະສືບຕໍ່ຍູ້ແຮງການປະຕິບັດບັນດາຂໍ້ລິເລີ່ມ, ການບຸລິມະສິດ ເສດຖະກິດໂດຍຫວຽດນາມ ຍົກອອກໃຫ້ປີປະທານ. 
            ບັນດາທ່ານລັດຖະມົນຕີໄດ້ປຶກສາຫາລືດານກຳນົດທິດສ້າງແຜນການສັງລວມການຟື້ນຟູເສດຖະກິດ ອາຊຽນ ໃນຫ້ແກ່ໄລຍະຫຼັງໂລກລະບາດ Covid -19. ອາຊຽນໄດ້ເຫັນດີເປັນເອກະພາບບຸລິມະສິດການເຊັນສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານໃນພາກພື້ນ (RCEP) ລະຫວ່າງ ອາຊຽນ ແລະ 6 ປະເທດຄູ່ຮ່ວມມືທີ່ໄດ້ເຊັນສັນຍາການຄ້າເສລີ (FTA) ກັບອາຊຽນແລ້ວ.
            ທີ່ບັນດາກອງປະຊຸມ AEM 52 ຄັ້ງນີ້, “ແຜນການເຄື່ອນໄຫວອາຊຽນ+ 3 ກ່ຽວກັບການຫຼຸດຜ່ອນຜົນກະທົບຕໍ່ເສດຖະກິດຂອງໂລກລະບາດ Covid - 19” ແລະ “ຂໍ້ລິເລີ່ມລວມ ຂອງທ່ານລັດຖະມົນຕີເສດຖະກິດ ອາຊຽນ ແລະ ສ.ເກົາຫຼີ ກ່ຽວກັບການຊຸກຍູ້ການເຊື່ອມຕໍ່ເສດຖະກິດ ຮັບມືກັບໂລກລະບາດ Covid - 19” ໄດ້ຮັບການຮັບຮອງເອົາຈາກທ່ານລັດຖະມົນຕີເສດຖະກິດບັນດາປະເທດ.
(ແຫຼ່ງຄັດຈາກ VOV)

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

“ຫວຽດນາມ - ສີສັນ, ວັດທະນະທຳມະນຸດ ແລະ ການເຊື່ອມໂຍງ” ແມ່ນຫົວຂໍ້ຂອງງານວາງສະແດງພາບຖ່າຍໂດຍຫ້ອງການປະຈຳການຄະນະຊີ້ນຳສິດທິມະນຸດຂອງລັດຖະບານໄດ້ສົມທົບກັບຄະນະຜູ້ຕາງໜ້າ ຫວຽດນາມ ຢູ່ ສປຊ ຖືກຈັດຂຶ້ນໃນວັນທີ 30 ມິຖຸນາ, ຢູ່ນະຄອນ ເຊີແນວ, ສະວິດ.

Top