• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການຄ້າ 2 ຝ່າຍ ຫວຽດນາມ - ລາວ ບັນລຸກ່ວາ 1 ຕື້ USD ໃນປີ 2018

      ວັນທີ 20 ກຸມພາ, ໜັງສືພິມລາວພັດທະນາ ຂອງສະມາຄົມນັກຂ່າວລາວ ໃຫ້ຮູ້ວ່າ: ວົງເງິນການຄ້າ ລາວ - ຫວຽດນາມ ໃນປີ 2018 ບັນລຸກ່ວາ 1 ຕື້ USD, ເພີ່ມຂຶ້ນ 13% ເມື່ອທຽບໃສ່ປີ 2017, ລື່ນກາຍຄາດໝາຍ ເຊິ່ງລັດຖະບານ 2 ປະເທດວາງອອກ.
            ປີ 2019, ລັດຖະບານ 2 ປະເທດໄດ້ວາງອອກຄາດໝາຍສູ້ຊົນນຳວົງເງິນການຄ້າ 2 ຝ່າຍເພິ່ມຂຶ້ນແຕ່ 10% ຂຶ້ນໄປ. ປັດຈຸບັນ, ການລົງທຶນຂອງບັນດາວິສາຫະກິດ ຫວຽດນາມ ຢູ່ ລາວ ຢືນອັນດັບທີ 3 ໃນຈຳນວນບັນດາປະເທດມີໂຄງການລົງທຶນຢູ່ ລາວ.
        ໄປຄຽງຄູ່ກັນນັ້ນ, ເລື່ອງຜັນຂະຫຍາຍບັນດາໂຄງການທີ່ນຳໃຊ້ທຶນອຸປະຖຳກໍ່ບັນລຸໄດ້ໝາກຜົນດີ ໂດຍລະອຽດແມ່ນໃນປີ 2018 ໄດ້ສ້າງສຳເລັດ, ມອບຮັບ ແລະ ນຳເຂົ້າເຄື່ອນໄຫວ 12 ໂຄງການ. ພ້ອມນັ້ນ, ບັນດາຂະແໜງການ ແລະ ທ້ອງຖິ່ນຂອງ 2 ປະເທດ ກໍ່ເພີ່ມທະວີການພົບປະ, ແລກປ່ຽນບົດຮຽນ ແລະ ເປີດກ້ວາງການຮ່ວມມືຢ່າງແທດຈິງ ແລະ ມີປະສິດທິຜົນ. ບັນດາກົນໄກ, ນະໂຍບາຍຮ່ວມມືລະຫວ່າງ 2 ປະເທດກໍ່ໄດ້ຮັບການປຶກສາຫາລື, ປັບປຸງຢ່າງທັນການ ແລະ ເໝາະສົມກັບສະພາບຕົວຈິງຂອງແຕ່ລະປະເທດກໍ່ຄືກົດໝາຍສາກົນ.
 (ແຫຼ່ງຄັດຈາກ VOV)

ປະ​ຕິ​ບັດ​ສຳ​ເລັດ​ແລວນິ​ຕິ​ກຳ​ໃຫ້​ແກ່ການ​ເຄື່ອນ​ໄຫວ​ພິມ​ຈຳ​ໜ່າຍ​ດີ​ຈີ​ຕອນ

ປະ​ຕິ​ບັດ​ສຳ​ເລັດ​ແລວນິ​ຕິ​ກຳ​ໃຫ້​ແກ່ການ​ເຄື່ອນ​ໄຫວ​ພິມ​ຈຳ​ໜ່າຍ​ດີ​ຈີ​ຕອນ

ທ່ານ ເຈິ່ນ​ແທັງ​ເໝິນ ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຖື​ວ່າ ການ​ປັບ​ປຸງ​ກົດ​ໝາຍ​ຕ້ອງ​ມີ​ການ​ຫັນ​ປ່ຽນ​ຢ່າງ​ແຮງ​ຈ​າກ​ຈິນ​ຕະ​ນາ​ການ​ຄຸ້ມ​ຄອງ​ໄປ​ສູ່​ການ​ສ້າງ​ສັນ​ພັດ​ທະ​ນາ.

Top