• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກະ​ກຽມ​ຈັດ​ງານ​ຕະຫຼາດ​ນັດ​ແຫ່ງ​ຊາດ​ລະ​ດູ​ບານ​ໃໝ່​ໃນ​ເດືອນ​ກຸມ​ພາ 2026

ຊີ້ນຳທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ບຸຍແທັງເຊີນ ຢັ້ງຢືນວ່າ: ງານຕະຫຼາດນັດລະດູບານໃໝ່ ຈັດຂຶ້ນກົງກັບໂອກາດທົ່ວປະເທດຕ້ອນຮັບບຸນເຕັດປີ 2026, ລະດູບານໃໝ່, ປະເທດກ້າວເຂົ້າສູ່ສັງກາດໃໝ່.
ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ບຸຍແທັງເຊີນ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VGP)

ຕອນບ່າຍວັນທີ 8 ມັງກອນ, ຢູ່ສຳນັກງານລັດຖະບານ (ຮ່າໂນ້ຍ), ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ບຸຍແທັງເຊີນ ໄດ້ເປັນປະທານກອງປະຊຸມປະກອບຄຳເຫັນໃຫ້ແກ່ແຜນການຈັດງານຕະຫຼາດນັດແຫ່ງຊາດລະດູບານໃໝ່ 2026. ງານຕະຫຼາດນັດດ້ວຍຫົວຂໍ້ “ເຊື່ອມຕໍ່ຄວາມຈະເລີນຮຸ່ງເຮືອງ - ລະດູບານໃໝ່ສະຫງ່າລາສີ”. ຊີ້ນຳທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ບຸຍແທັງເຊີນ ຢັ້ງຢືນວ່າ: ງານຕະຫຼາດນັດລະດູບານໃໝ່ ຈັດຂຶ້ນກົງກັບໂອກາດທົ່ວປະເທດຕ້ອນຮັບບຸນເຕັດປີ 2026, ລະດູບານໃໝ່, ປະເທດກ້າວເຂົ້າສູ່ສັງກາດໃໝ່. ເພື່ອເພີ່ມທະວີປະສິດທິຜົນໃນການຈັດຕັ້ງ, ທ່ານຮອງນາຍົກລັດຖະມົນຕີ ຮຽກຮ້ອງບັນດາຫົວໜ່ວຍປະຕິບັດສຳເລັດການອອກແບບສັງລວມ, ແບ່ງເຂດຜະລິດຕະພັນທີ່ຫຼາກຫຼາຍ ຈາກຜະລິດຕະພັນກະເສດ, ຕ່ຳແຜ່ນຕັດຫຍິບ, ເກີບໜັງຕະຫຼອດຮອດເຄື່ອງເຟີນີເຈີ… ທ່ານສະເໜີບັນດາທ້ອງຖິ່ນ, ວິສາຫະກິດສົມທົບກັບອົງການສື່ມວນຊົນຢ່າງແໜ້ນແຟ້ນເພື່ອໂຄສະນາຜະລິດຕະພັນ. ງານຕະຫຼາດນັດດັ່ງກ່າວ ຈະຈັດຂຶ້ນແຕ່ວັນທີ 4 – 8 ກຸມພາ 2026 ທີ່ສູນງານວາງສະແດງຫວຍດນາມ ດົງແອງ, ຮ່າໂນ້ຍ.

(ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຮຽກ​ຮ້ອງ​​ໂທ​ລະ​ພາບແຫ່ງ​ຊາດ​ ຫວຽດ​ນາມ ຍົກ​ລະ​ດັບ​ຊື່​ສຽງ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຮຽກ​ຮ້ອງ​​ໂທ​ລະ​ພາບແຫ່ງ​ຊາດ​ ຫວຽດ​ນາມ ຍົກ​ລະ​ດັບ​ຊື່​ສຽງ

ປີ 2026, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ໂທລະພາບຫ່ງຊາດ ຫວຽດນາມ ປະຕິບັດທິດນຳທີ່ວ່າ: “ສາມັກຄີເປັນເອກະພາບ - ຜ່ານຜ່າຄວາມຫຍຸ້ງຍາກບືນຕົວຂຶ້ນ - ນະວັດຕະກຳ - ເປັນມືອາຊີບມີປະສິດທິຜົນ - ບຸກທະລຸຢ່າງຮອບດ້ານ - ປະຊາຊົນເຊື່ອໝັ້ນ - ເພື່ອນມິດຮັກແພງ - ຍົກລະດັບເຄື່ອງໝາຍການຄ້າ” ໃຫ້ເປັນຢ່າງດີ.

Top