ໝາກຜົນການທົດລອງ BPI ປີ 2025 ໄດ້ຊີ້ໃຫ້ເຫັນວ່າ ນະຄອນ ໂຮ່ຈີມິນ ນຳໜ້າ ດ້ວຍ 5,67 ຄະແນນ, ຖັດມາແມ່ນນະຄອນ ຮ່າໂນ້ຍ ແລະ ກວາງນິງ.
ທ່ານ ໂຮ່ສີຮຸ່ງ ປະທານ VCCI ກ່າວຄຳເຫັນທີ່ພິທີໄຂ
ຕອນເຊົ້າວັນທີ 15 ພຶດສະພາ, ຢູ່ຮ່າໂນ້ຍ, ສະຫະພັນການຄ້າ ແລະ ອຸດສາຫະກຳ ຫວຽດນາມ (VCCI) ໄດ້ຈັດພິທີປະກາດບົດລາຍງານເສດຖະກິດເອກະຊົນ ຫວຽດນາມ ປີ 2025 ແລະ ດັດຊະນີກຳລັງແກ້ງແຍ້ງຂັ້ນແຂວງ ປີ 2025 (PCI). ເຫດການໄດ້ດຳເນີນໃນຈຸດເວລາຄົບຮອບ 1 ປີປະກາດໃຊ້ ມະຕິສະບັບເລກທີ 68 – NQ/TW ກ່ຽວກັບການພັດທະນາເສດຖະກິດເອກະຊາດ. ພ້ອມດຽວກັນນັ້ນ, ນີ້ກໍແມ່ນໄລຍະ ຫວຽດນາມ ຜັນຂະຫຍາຍການປ່ຽນແປງກ່ຽວກັບກົງຈັກການຈັດຕັ້ງ ແລະ ລະບອບລະບຽບການ, ນະໂຍບາຍຄັ້ງໃຫຍ່. ເມື່ອກ່າວຄຳເຫັນທີ່ພິທີໄຂ, ທ່ານ ໂຮ່ສີຮຸ່ງ ປະທານ VCCI ໄດ້ເຕື້ອງເຖິງບັນດາເນື້ອໃນສຳຄັນຂອງບົດລາຍງານ, ນັ້ນແມ່ນ:
“ທີໜຶ່ງແມ່ນ, ເສດຖະກິດພາກເອກະຊົນ ຫວຽດນາມ ໄດ້ຜ່ານໄລຍະປ້ອງກັນຕົວ ແລະ ພວມກຽມພ້ອມບຸກທະລຸ. ທີສອງແມ່ນ, ການປະຕິຮູບລະບອບລະບຽບການໄປຖືກທິດ, ແຕ່ໄລຍະຫ່າງລະຫວ່າງການອອກແບບນະໂຍບາຍຢູ່ຂັ້ນສູນກາງ ແລະ ກຳລັງຄວາມສາມາດປະຕິບັດຢູ່ຂັ້ນຮາກຖານແມ່ນຍັງໃຫຍ່ທີ່ສຸດ. ນີ້ແມ່ນກຳລັງບົ່ມຊ້ອນປະຕິຮູບທີ່ສຳຄັນທີ່ສຸດໃນປັດຈຸບັນ. ທີສາມແມ່ນ, ເພື່ອບັນລຸໄດ້ເປົ້າໝາຍ ມີວິສາຫະກິດ 2 ລ້ານແຫ່ງໃນປີ 2030 ນັ້ນ, ພວກເຮົາຕ້ອງຫັນຈາກຈິນຕະນາການບໍລິຫານໄປສູ່ຈິນຕະນາການຮ່ວມເດີນທາງ, ຈາກການຫຼຸດຜ່ອນຄວາມສັບສົນດ້ານລະບຽບການ ໄປສູ່ການສ້າງກຳລັງຄວາມສາມາດແກ້ງແຍ້ງ”.
ພ້້ອມກັບບົດລາຍງານເສດຖະກິດເອກະຊົນ ຫວຽດນາມ, ເປັນຄັ້ງທຳອິດທີ່ VCCI ປະກາດດັດຊະນີປະສິດທິຜົນເສດຖະກິດເອກະຊົນ (BPI). ໝາກຜົນການທົດລອງ BPI ປີ 2025 ໄດ້ຊີ້ໃຫ້ເຫັນວ່າ ນະຄອນ ໂຮ່ຈີມິນ ນຳໜ້າ ດ້ວຍ 5,67 ຄະແນນ, ຖັດມາແມ່ນນະຄອນ ຮ່າໂນ້ຍ ແລະ ກວາງນິງ.
(ແຫຼ່ງຄັດຈາກ VOV)