• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມຄັ້ງທີ 1, ຄະນະຊີ້ນຳການສະຫຼຸບ 100 ປີແຫ່ງພັກກອມມູນິດ ນຳພາການປະຕິວັດ ຫວຽດນາມ

ການສະຫຼຸບບໍ່ພຽງແຕ່ແມ່ນຫວນຄືນບັນດາເຫດການຕາມການເວລາເທົ່ານັ້ນ, ຫາກສຳຄັນກວ່າແມ່ນຕ້ອງເຮັດແຈ້ງບັນດາບັນຫາທີ່ມີລັກສະນະທາດແທ້ ແລະ ກົດເກນ.
ທີ່ກອງປະຊຸມ (ພາບ: dangcongsan.org.vn) ຕອ​ນ​ເຊົ້າ​ວັນ​ທີ 14 ພຶດ​ສະ​ພາ, ຢູ່ ຮ່າ​ໂນ້ຍ, ຄະ​ນະ​ຊີ້​ນຳ​ການ​ສະ​ຫຼຸບ 100 ປີ​ແຫ່ງ​ພັກ​ກອມ​ມູ​ນິດ ນຳ​ພາ​ການ​ປະ​ຕິ​ວັດ

ຕອ​ນ​ເຊົ້າ​ວັນ​ທີ 14 ພຶດ​ສະ​ພາ, ຢູ່ ຮ່າ​ໂນ້ຍ, ຄະ​ນະ​ຊີ້​ນຳ​ການ​ສະ​ຫຼຸບ 100 ປີ​ແຫ່ງ​ພັກ​ກອມ​ມູ​ນິດ ນຳ​ພາ​ການ​ປະ​ຕິ​ວັດ ຫວຽດ​ນາມ ແລະ 40 ປີ​ແຫ່ງການປະ​ຕິ​ບັດໂຄງ​ການ​ກາ​ນ​ເມືອງ​ສ້າງ​ສາ​ປະ​ເທດ​ຊາດ​ໃນ​​ໄລ​ຍະ​ກ້າວ​ຂຶ້ນ​ສັງ​ຄົມ​ນິ​ຍົມ ໄດ້​ຈັດ​ກອງ​ປ​ະ​ຊຸມ​ຄັ້ງ​ທີ 1, ພາຍ​ໃຕ້​ການ​ເປັນ​ປະ​ທານ​ຂອງ​ທ່ານ ໂຕ​ເລິມ, ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ.

ກ່າວ​ຄຳ​ເຫັນ​ສະ​ຫຼຸບກອງ​ປະ​ຊຸມ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໄດ້​ເນັ້​ນ​ໜັກ​ວ່າ ການ​ສະ​ຫຼຸບບໍ່​ພຽງ​ແຕ່​ແມ່ນ​ຫວນ​ຄືນ​ບັນ​ດາ​ເຫດ​ການ​ຕາມ​ການ​ເວ​ລາ​ເທົ່າ​ນັ້ນ, ຫາກ​ສຳ​ຄັນ​ກວ່າ​ແມ່ນ​ຕ້ອງ​ເຮັດ​ແຈ້ງ​ບັນ​ດາ​ບັນ​ຫາ​​ທີ່ມີ​ລັກ​ສະ​ນະ​ທາດ​ແທ​້ ແລະ ກົດ​ເກນ. ນັ້ນ​ແມ່ນ​ອະ​ທິ​ບາຍ​​ວ່າ ເປັນ​ຫຍັງ​ພັກຈຶ່ງ​ສາ​ມາດ​ນຳ​ພາ​ຊົນ​ຊາດ​ຜ່ານ​ຜ່າ​ບັນ​ດາ​ບາດ​ລ້ຽວ​ປະ​ຫວັດ​ສາດ, ບັນ​ລຸ​ຜົນ​ງານ​ທີ່​ຍິ່ງ​ໃຫຍ່; ບົດ​ບາດ​ຂອງ​ພັກ​ ແລະ ປະ​ທານ ໂຮ່​ຈີ​ມິນ​ ໃນ​ພ​າ​ລະ​ກິດ​ປົດ​ປ່ອ​ຍ​ຊາດ, ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ ແລະ ການ​ພັດ​ທະ​ນາ​ປະ​ເທດ​ຊາດ.

ສຳ​ລັບ​ການ​ສະ​ຫຼຸບ 40 ປີ​ແຫ່ງ​ການ​ປະ​ຕິ​ບັດ​ໂຄງ​ການ​ການ​ເມືອງ, ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ຮຽກ​ຮ້ອງບໍ່​ພຽງ​ແຕ່​ຢຸດ​ຢ​ູ່​ການ​ຕີ​ລາ​ຄາ​ເອ​ກະ​ສານ​ໃດ​ໜຶ່ງ, ຫາກ​ຕ້ອງ​ເຮັດ​ແຈ້ງ​ຮູບ​ແບບ​ການ​ພັດ​ທະ​ນາ​ຂອງ ຫວຽດ​ນາມ ອີກ​ດ້ວຍ. ນີ້​ແມ່ນ​ພື້ນ​ຖານ​ສຳ​ຄັນ​ເພື່ອ​ສ້າງ​ໂຄງ​ການ​ການ​ເມືອງ​ພັດ​ທະ​ນາ​ໃນ​ໄລ​ຍະ​ໃໝ່.

(ແຫຼ່ງຄັດຈາກ VOV)

OPEC ປັບ​ປຸງ​ການ​ຄາດ​ຄະ​ເນ​ການ​ເຕີບ​ໂຕ​ຄວາມ​ຕ້ອງ​ການ​ນ້ຳ​ມັນເຊື້ອ​ໄຟ​ທົ່ວ​ໂລກ

OPEC ປັບ​ປຸງ​ການ​ຄາດ​ຄະ​ເນ​ການ​ເຕີບ​ໂຕ​ຄວາມ​ຕ້ອງ​ການ​ນ້ຳ​ມັນເຊື້ອ​ໄຟ​ທົ່ວ​ໂລກ

ອົງ​ການ​ພະ​ລັງ​ງານ​ສາ​ກົນ (IEA) ກ່າວ​ເຕືອນ​ວ່າ ຕະຫຼາດ​ນ້ຳ​ມັນເຊື້ອ​ໄຟ​ທົ່ວ​ໂລກ​ພວມ​ກ້າ​ວ​ເຂົ້າ​ສູ່​ໄລ​ຍະ​ຂາດ​ເຂີນ​ແຫຼ່ງ​ສະ​ໜອງ​ຢ່າງ​ຮ້າຍ​ແຮງ​ຍ້ອນ​ຜົນ​ກະ​ທົບ​ຂອງ​ການ​ປິດ​ປະ​ຕູ​ຊ່ອງ​ແຄມ​ທະ​ເລ Hormuz.

Top