ນີ້ແມ່ນຄັ້ງທຳອິດຂອງທ່ານປະທານາທາບໍດີ Donald Trump ໄປຍັງ ຈີນນັບແຕ່ປີ 2017, ພ້ອມທັງແມ່ນການຢ້ຽມຢາມຈີນ ຄັ້ງທຳອິດຂອງປະທານາທິບໍດີ ອາເມລິກາ ໃນຮອບເວລາ 9 ປີຜ່ານມາ.
ທ່ານປະທານປະເທດ ຈີນ ສີຈິນຜິ້ງ ແລະ ທ່ານປະທານາທິບໍດີ ອາເມລິກາ Donald Trump (ພາບ: Kenny Holston/Pool via REUTERS)
ກ່າວຄຳເຫັນທີ່ການສົນທະນາລັບກັບທ່ານປະທານາທິບໍດີ ອາເມລິກາ Donald Trump ໃນຕອນເຊົ້າວັນທີ 14 ພຶດສະພາ, ຢູ່ນະຄອນຫຼວງ ປັກກິ່ງ, ທ່ານປະທານປະເທດ ຈີນ ສີຈິນຜິ້ງ ໃຫ້ຮູ້ວ່າ 2 ຝ່າຍເຫັນດີພ້ອມກັນສ້າງການພົວພັນຍຸດທະສາດໃຫ້ມີສະຖຽນລະພາບ ມີລັກສະນະສ້າງສັນ. ທ່ານກໍ່ເນັ້ນໜັກວ່າ ຈີນ ໃຫ້ຄຳໝັ້ນສັນຍາພັດທະນາການພົວພັນ ຈີນ - ອາເມລິກາ ໃຫ້ມີສະຖຽນລະພາບ, ປອດໃສ ແລະ ຍືນຍົງ. ກ່ຽວກັບການຮ່ວມມືດ້ານເສດຖະກິດ - ການຄ້າ 2 ຝ່າຍ, ທ່ານຖືວ່າ, ເນື້ອແທ້ຂອງການພົວພັນດ້ານເສດຖະກິດ - ການຄ້າລະຫວ່າງ 2 ປະເທດແມ່ນຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະ ພ້ອມກັນຮັບໄຊຊະນະ.
ກ່ອນໜ້ານັ້ນ, ຕອນຄ່ຳວັນທີ 13 ພຶດສະພາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ໄປຮອດ ປັກກິ່ງ, ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດຢູ່ຈີນ ເປັນເວລາ 3 ວັນຕາມຄຳເຊື້ອເຊີນຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ.
ນີ້ແມ່ນຄັ້ງທຳອິດຂອງທ່ານປະທານາທາບໍດີ Donald Trump ໄປຍັງ ຈີນນັບແຕ່ປີ 2017, ພ້ອມທັງແມ່ນການຢ້ຽມຢາມຈີນ ຄັ້ງທຳອິດຂອງປະທານາທິບໍດີ ອາເມລິກາ ໃນຮອບເວລາ 9 ປີຜ່ານມາ.
(ແຫຼ່ງຄັດຈາກ VOV)