• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

OPEC ປັບ​ປຸງ​ການ​ຄາດ​ຄະ​ເນ​ການ​ເຕີບ​ໂຕ​ຄວາມ​ຕ້ອງ​ການ​ນ້ຳ​ມັນເຊື້ອ​ໄຟ​ທົ່ວ​ໂລກ

ອົງ​ການ​ພະ​ລັງ​ງານ​ສາ​ກົນ (IEA) ກ່າວ​ເຕືອນ​ວ່າ ຕະຫຼາດ​ນ້ຳ​ມັນເຊື້ອ​ໄຟ​ທົ່ວ​ໂລກ​ພວມ​ກ້າ​ວ​ເຂົ້າ​ສູ່​ໄລ​ຍະ​ຂາດ​ເຂີນ​ແຫຼ່ງ​ສະ​ໜອງ​ຢ່າງ​ຮ້າຍ​ແຮງ​ຍ້ອນ​ຜົນ​ກະ​ທົບ​ຂອງ​ການ​ປິດ​ປະ​ຕູ​ຊ່ອງ​ແຄມ​ທະ​ເລ Hormuz.
  ໂຮງ​ງານ​ກັນ​ຕອງ​ນ້ຳ​ມັນ Viva Energy Geelong ຢູ່​ອົດ​ສະ​ຕາ​ລີ (ພາບ: AAP/Jay Kogler via REUTERS)  
ໃນ​ບົດ​ລາຍ​ງານ​ຕະຫຼາດ​ນ້ຳ​ມັນເຊື້ອ​ໄຟ​ປະ​ຈຳ​ເດືອນ​ຫາ​ກໍ່​ປະ​ກາດ, ອົງ​ການ​ບັນ​ດາ​ປະ​ເທດ​ສົ່ງ​ອອກ​ນ້ຳ​ມັນ (OPEC) ຄາດ​ວ່າ ຄວາມ​ຕ້ອງ​ການ​ນ້ຳ​ມັນ​ເຊື້ອ​ໄຟ​ຂອ​ງ​ໂລກ ໃນ​ປີ 2026 ເພີ່ມ​ຂຶ້ນຕື່ມ 1,17 ລ້ານ​ຖັງ/ວັນ, ຫຼຸດ​ລົງ​ແຕ່​ລະ​ດັບ​ເພີ່ມຂຶ້ນ ທີ່​ໄດ້​ຍົກ​ອອກ​ມາ​ໃນ​ເດືອນ​ເມ​ສາ​ ແມ່ນ1,38 ລ້ານ​ຖັງ/ວັນ. OPEC ໃຫ້​ຂໍ້​ສັງ​ເກດ​ວ່າ​ຄວາມ​ຕ້ອງ​ກາ​ນ​ນ້ຳ​ມັນ​ເຊື້ອ​ໄຟ​ຂອງ​ໂລກ​ຍັງ​ຮັກ​ສາ​ຢູ່​ລະ​ດັບ​ເປັນ​ປົກ​ກະ​ຕິ, ແຕ່​ແງ່​ຫັວງ​ຊົມ​ໃຊ້​ພວມ​ຖືກ​ກົດ​ດັ່ນ​ຈາກ​ເລື່ອງ​ລາ​ຄາ​ເພີ່ມ​ຂຶ້ນ​ສູງ​ຍ້ອນ​ຜົນ​ກະ​ທົບ​ຈາກ​ການ​ປິດ​ປະ​ຕູ​ຊ່ອງ​ແຄບ​ທະ​ເລ Hormuz, ເຊິ່ງ​ແມ່ນ​ເສັ້ນ​ທາງ​ຂົນ​ສົ່ງ​ນ້ຳ​ມັນ​ສຳ​ຄັນ​ທີ່​ສຸດ​ຂອງ​ໂລກ. ຕໍ່​ກັບ​ຄາດ​ຄະ​ເນ​ຂອງ OPEC, ອົງ​ການ​ພະ​ລັງ​ງານ​ສາ​ກົນ (IEA) ກ່າວ​ເຕືອນ​ວ່າ ຕະຫຼາດ​ນ້ຳ​ມັນເຊື້ອ​ໄຟ​ທົ່ວ​ໂລກ​ພວມ​ກ້າ​ວ​ເຂົ້າ​ສູ່​ໄລ​ຍະ​ຂາດ​ເຂີນ​ແຫຼ່ງ​ສະ​ໜອງ​ຢ່າງ​ຮ້າຍ​ແຮງ​ຍ້ອນ​ຜົນ​ກະ​ທົບ​ຂອງ​ການ​ປິດ​ປະ​ຕູ​ຊ່ອງ​ແຄມ​ທະ​ເລ Hormuz. IEA ໃຫ້​ຮູ້​ວ່າ ​ປະ​ລິ​ມານ​ນ້ຳ​ມັນ​ສຳ​ຮອງ​ທົ່ວ​ໂລກ​ພວມຫຼຸດ​ລົງ​ດ້ວຍລະ​ດັບ​ຄວາມ​ໄວ​ສະ​ຖິ​ຕິ, ຂຶ້ນ​ເຖິງ​ປະ​ມານ 250 ລ້ານ​ຖັງ/ວັນ​ພຽງ​ແຕ່​ໃນ ເດືອນ​ມີ​ນາ ແລະ ເມ​ສາ​ຜ່ານ​ມາ. ມີຫຼາຍ​ປະ​ເທດ​ຕ້ອງ​ນ້ຳ​ໃຊ້​ນ້ຳ​ມັນ ​ຈາກ​ສາງ​ສຳ​ຮອງ​ຍຸດ​ທະ​ສາດ​ເພື່ອ​ຮັກ​ສາ​ຕະຫຼາດໃຫ້​ເປັນ​ປົກ​ກະ​ຕິ.

(ແຫຼ່ງຄັດຈາກ VOV)

ປຸກລະດົມການເສັງຟິມຮູບເງົາເລື່ອງສັ້ນ ຜູ້ມີຄວາມເກັ່ງກ້າສາມາດໃນມື້ນີ້

ປຸກລະດົມການເສັງຟິມຮູບເງົາເລື່ອງສັ້ນ “ຜູ້ມີຄວາມເກັ່ງກ້າສາມາດໃນມື້ນີ້”

ການເສັງໄດ້ຈັດຂຶ້ນຄືດັ່ງໂອກາດເພື່ອໃຫ້ລຸ້ນໜຸ່ມສຳພັດກັບມໍລະດົກດ້ວຍມູມມອງແຫ່ງຍຸກສະໄໝຂອງຕົນ.

Top