• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກະຊວງປ້ອງກັນປະເທດ ຫວຽດນາມ ສົ່ງເຄື່ອງຊ່ວຍເຫລືອ ແລະ ຈັດສົ່ງນັກຊ່ວຍຊານການແພດໄປຊ່ວຍລາວ ສະກັດກັ້ນໂຄວິດ-19

ຕອນເຊົ້າວັນທີ 07 ເມສາ, ຢູ່ດ່ານຊາຍແດນ ເກົ່າແຈວ, ແຂວງ ຮ່າຕິງ ໄດ້ດຳເນີນພິທີຕ້ອນຮັບຄະນະນັກຊ່ຽວຊານ ການແພດຂອງກະຊວງປ້ອງກັນປະເທດ ຫວຽດນາມ ໄປຊ່ວຍແນະນຳ ແລະ ແລກປ່ຽນບົດຮຽນໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ແລະ ພິທີມອບ-ຮັບວັດຖຸອຸປະກອນການແພດທີ່ມີມູນຄ່າກ່ວາ 3 ຕື້ດົ່ງ ຂອງກະຊວງປ້ອງກັນປະເທດ ຫວຽດນາມ ຊ່ວຍກະຊວງປ້ອງກັນປະເທດ ລາວ ຕ້ານໂລກລະບາດດັ່ງກ່າວ.

 ພິທີມອບ-ຮັບວັດຖຸອຸປະກອນການແພດ (ພາບ: TTXVN)

ກ່າວຄຳເຫັນນະທີ່ນີ້, ພົນຈັດຕະວາ ຫງວຽນຮຸ່ງທັ໊ງ, ຮອງຫົວໜ້າ, ຫົວໜ້າເສນາທິການ, ກົມໃຫຍ່ພະລາທິການ ເນັ້ນໜັກວ່າ: ກອງທັບປະຊາຊົນ ຫວຽດນາມ ພ້ອມແລ້ວທີ່ຈະຊ່ວຍເຫຼືອ, ແບ່ງປັນກັບປະເທດເພື່ອນບ້ານ ລາວ ກ່ຽວກັບວຽກງານຈັດຕັ້ງ, ບົດຮຽນໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ໃນກອງທັບ ແລະ ເຂົ້າຮ່ວມການປ້ອງກັນ, ສະກັດກັ້ນໂລກລະບາດໃນທົ່ວປະເທດ.

     ພາຍຫລັງຄະນະນັກຊ່ຽວຊານ ການແພດຂອງກະຊວງປ້ອງກັນປະເທດ, ຕາມການຊີ້ນຳຂອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງປ້ອງກັນປະເທດ, ບັນດາທະຫານເຂດ ແລະ ກົມກອງຕ່າງໆຂອງກະຊວງປ້ອງກັນປະເທດ ຫວຽດນາມ ກໍ່ໄດ້ມີຄວາມພ້ອມຈະຈັດສົ່ງຄະນະນັກຊ່ຽວຊານໄປຊ່ວຍ ລາວ ເມື່ອຈຳເປັນ.

 (ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top