• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກະຊວງການຕ່າງປະເທດຫວຽດນາມປະຕິເສດທັດສະນະທີ່ຜິດພາດຂອງອົງການອະໄພຍະໂທດສາກົນ

ກະຊວງການຕ່າງປະເທດຫວຽດນາມ ປະຕິເສດບັນດາຂໍ້ມູນຕີລາຄາຂອງອົງການອະໄພຍະໂທດສາກົນ ທີ່ຍົກອອກມາ.


 ທ່ານນາງໂຄສົກກະຊວງການຕ່າງປະເທດຫວຽດນາມ ເລທິທູຮັ່ງ

(ພາບ: TTXVN)


ໃນກອງປະຊຸມຂ່າວນັດສາມັນຂອງກະຊວງການຕ່າງປະເທດ ດຳເນີນໃນຕອນບ່າຍວັນທີ 03 ທັນວາ, ຢູ່ຮ່າໂນ້ຍ, ເມື່ອເຕື້ອງເຖິງການຕີລາຄາກ່ຽວກັບບົດລາຍງານຫຼ້າສຸດຫວ່າງມໍ່ໆມານີ້ຂອງອົງການອະໄພຍະໂທດສາກົນທີ່ຖືວ່າ, ບັນດາສື່ສັງຄົມອອນລາຍຄື Facebook ໄດ້ກາຍເປັນເຄື່ອງມືໃນການປາບປາມຄວາມເສລີໃນການປາກເວົ້າ ແລະ ສື່ມວນຊົນຢູ່ຫວຽດນາມ. ທ່ານນາງໂຄສົກກະຊວງການຕ່າງປະເທດຫວຽດນາມ ເລທິທູຮັ່ງ, ຊີ້ແຈ້ງວ່າ: ກະຊວງການຕ່າງປະເທດຫວຽດນາມ ປະຕິເສດບັນດາຂໍ້ມູນຕີລາຄາຂອງອົງການອະໄພຍະໂທດສາກົນ ທີ່ຍົກອອກມາ. ຫວຽດນາມ ຊົມເຊີຍ ແລະ ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາວິສາຫະກິດຕ່າງປະເທດ ເພີ່ມທະວີການເປີດກວ້າງການລົງທຶນ, ຮ່ວມມືດຳເນີນທຸລະກິດຢູ່ຫວຽດນາມ ໃນບັນດາຂົງເຂດທີ່ເໝາະສົມກັບການກຳນົດທິດໃຫ້ບຸລິມະສິດພັດທະນາຂອງຫວຽດນາມ, ໃນນັ້ນມີການໜູນຊ່ວຍດ້ານເຕັກໂນໂລຊີຂໍ້ມູນຂ່າວສານ ບົນພື້ນຖານເຄົາລົບຂໍ້ກຳນົດກົດໝາຍຂອງຫວຽດນາມ.
(ແຫຼ່ງຄັດຈາກ VOV)

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top