• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງ​ປະ​ຊ​ຸມ ມອບ​ຮັບ​ໂຮງ​ໝໍ​ກາງ​ສະ​ໜາມ​​ຂັ້ນ 2

ມາຮອດປັດຈຸບັນ, ກອງທັບປະຊາຊົນຫວຽດນາມ ໄດ້ຈັດສົ່ງຄະນະປະຕິບັດງານຢູ່ໂຮງໝໍກາງສະໜາມຂັ້ນ 2 ປ່ຽນແທນກັນ ເປັນ 5 ຄັ້ງເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ ຢູ່ຄະນະປະຕິບັດງານ UNMISS (ຊູດັງໃຕ້).
ພະນັກງານ, ນັກຮົບໂຮງໝໍກາງສະໜາມຂັ້ນ 2 ເລກ 3 ແລະ ກອງທະຫານຊ່າງແສງເລກ 3 ອາໄລຫາບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ (ພາບ: TTXVN)

ຕອນບ່າຍວັນທີ 18 ກັນຍາ, ຢູ່ຮ່າໂນ້ຍ ໄດ້ດຳເນີນກອງປະຊຸມມອບຮັບໂຮງໝໍກາງສະໜາມຂັ້ນ 2 ເລກ 6 ຈາກວິທະຍາຄານການແພດກອງທັບ ໄປຂຶ້ນກັບ ກົມຮັກສາສັນຕິພາບ ຫວຽດນາມ. ແຕ່ເດືອນເມສາ, ວິທະຍາຄານການແພດກອງທັບ ໄດ້ຮັບ ແລະ ຄຸ້ມຄອງພະນັກງານຂອງໂຮງໝໍກາງສະໜາມຂັ້ນ 2 ເລກ 6,  ເປັນເຈົ້າພາບໃນການຝືກແອບ ບັນດາເນື້ອໃນກ່ຽວກັບດ້ານວິຊາການທາງການແພດ, ການສຶກສາດ້ານການເມືອງ, ກອງທັບ, ພາລາທິການ - ເຕັກນິກ, ພາສາອັງກິດໃຫ້ແກ່ ພະນັກງານ ໂຮງໝໍ. ພາຍຫຼັງເວລາເກືອບ 4 ເດືອນ, ວິທະຍາຄານການແພດກອງທັບ ໄດ້ປະຕິບັດສຳເລັດວຽກງານກະກຽມຄວາມພ້ອມໃຫ້ແກ່ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເພື່ອໄປປ່ຽນໂຮງໝໍກາງສະໜາມຂັ້ນ 2 ເລກ 5 ທີ່ພວມປະຕິບັດໜ້າທີ່ຢູ່ຄະນະປະຕິບັດງານ UNMISS (ຊູດັງໃຕ້).

ມາຮອດປັດຈຸບັນ, ກອງທັບປະຊາຊົນຫວຽດນາມ ໄດ້ຈັດສົ່ງຄະນະປະຕິບັດງານຢູ່ໂຮງໝໍກາງສະໜາມຂັ້ນ 2 ປ່ຽນແທນກັນ ເປັນ 5 ຄັ້ງເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ ຢູ່ຄະນະປະຕິບັດງານ  UNMISS (ຊູດັງໃຕ້). ຕາມແຜນການ, ວັນທີ 24 ກັນຍາ, ນາຍທະຫານປະຊາຊົນ 63 ຄົນ ຂອງໂຮງໝໍກາງສະໜາມຂັ້ນ 2 ເລກ 6 ຈະອອກເດີນທາງຈາກສະໜາມບິນ ໂນ້ຍບ່າຍດ້ວຍເຮືອບິນ C-17 ໂດຍອົດສະຕາລີອຸປະຖຳ.

(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເຂົ້າ​ຮ່ວມກອ​ງ​ປະ​ຊຸມ​ສຸດຍອດ​ອະ​ນາ​ຄົດ ຢູ່ ອາ​ເມ​ລິ​ກາ ແລະ ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ ຢູ່ ກູ​ບາ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເຂົ້າ​ຮ່ວມກອ​ງ​ປະ​ຊຸມ​ສຸດຍອດ​ອະ​ນາ​ຄົດ ຢູ່ ອາ​ເມ​ລິ​ກາ ແລະ ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ ຢູ່ ກູ​ບາ

ນັບແຕ່ວັນທີ 21 – 27 ກັນຍາ 2024, ທ່ານເລຂາທິການໃຫຍ່ຄະນະບໍລິການງານສູນກາງພັກຄອມມູນິດ ຫວຽດນາມ, ປະທານປະເທດ ໂຕເລິມ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ຈະເຂົ້າຮ່ວມກອງປະຊຸມສຸດຍອດອະນາຄົດ, ສະມັດຊາໃຫຍ່ ສປຊ ຊຸດທີ 79 ແລະ ເຮັດວຽກຢູ່ ອາເມລິກາ.

Top