• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງ​ປະ​ຊຸມ​ເທື່ອ​ທີ 9 ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ ຫວຽດນາມ

ຕອນເຊົ້າວັນທີ 10 ມີນາ, ຢູ່ຫໍສະພາແຫ່ງຊາດ, ໄດ້ຈັດພິທີໄຂກອງປະຊຸມເທື່ອທີ 9 ຂອງຄະນະປະຈຳສະພາແຫ່ງຊາດ. ກອງປະຊຸມຈະດຳເນີນເປັນ 2 ໄລຍະ. ໄລຍະທີ່ 1 ແຕ່ວັນທີ 10 – 16 ມີນາ 2022; ໄລຍະທີ 2 ແຕ່ວັນທີ 22 – 25 ມີນາ 2022.

ຕອນເຊົ້າວັນທີ 10 ມີນາ, ຢູ່ຫໍສະພາແຫ່ງຊາດ, ໄດ້ຈັດພິທີໄຂກອງປະຊຸມເທື່ອທີ 9 ຂອງຄະນະປະຈຳສະພາແຫ່ງຊາດ. ກອງປະຊຸມຈະດຳເນີນເປັນ 2 ໄລຍະ. ໄລຍະທີ່ 1 ແຕ່ວັນທີ 10 – 16 ມີນາ 2022; ໄລຍະທີ 2 ແຕ່ວັນທີ 22 – 25 ມີນາ 2022.

    

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ກ່າວຄໍາເຫັນທີ່ກອງປະຊຸມ (ພາບ:quochoi.vn) 

ສິ່ງທີ່ໜ້າສົນໃຈນັ້ນແມ່ນ, ໃນກອງປະຊຸມຄັ້ງນີ້, ຄະນະປະຈຳສະພາແຫ່ງຊາດ ຈະສະຫງວນເວລາ 1 ວັນເພື່ອຈັດວາລະຊັກຖາມ ແລະ ຕອບຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດກັບສະມາຊິກລັດຖະບານ 2 ທ່ານ ນີ້ແມ່ນ ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ຫງວຽນຮົ່ງຢຽນ ແລະ ທ່ານລັດຖະມົນຕີກະຊວງຊັບພະກອນທຳມະຊາດ ແລະ ສິ່ງແວດລ້ອມ ເຈິ່ນຮົ່ງຮ່າ ຈະເປັນຜູ້ຕອບຄຳຊັກຖາມຫຼັກໃນວາລະຊັກຖາມທຳອິດຂອງ ຄະນະປະຈຳສະພາແຫ່ງຊາດ ຊຸດທີ XV.

     ກ່າວຄຳເຫັນທີ່ພິທີໄຂ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ໃຫ້ຮູ້ວ່າ:

     “ພ້ອມກັບການຜັນຂະຫຍາຍ, ຕິດຕາມກວດກາຫົວເລື່ອງສູງສຸດຂອງສະພາແຫ່ງຊາດ ແລະ ຄະນະປະຈຳສະພາແຫ່ງຊາດ, ບັນດາການຜັນແປຢ່າງຕັ້ງໜ້າຂອງການເຄື່ອນໄຫວຊັກຖາມ, ຕອບຄຳຊັກຖາມໄດ້ຢັ້ງຢືນວ່າ ນີ້ແມ່ນການເຄື່ອນໄຫວຕິດຕາມກວດກາໂດຍກົງ, ມີປະສິດທິຜົນຂອງສະພາແຫ່ງຊາດ ໄດ້ປະກອບສ່ວນແຜ່ຂະຫຍາຍແຮງບັນດານໃຈໃນການເຄື່ອນໄຫວຢ່າງມີຫົວຄິດປະດິດໃນຄວາມມານະພະຍາຍາມປ່ຽນແປງໃໝ່ການເຄື່ອນໄຫວຕິດຕາມກວດກາ ແລະ ເຮັດໃຫ້ການເຄື່ອນໄຫວຂອງສະພາແຫ່ງຊາດໃກ້ຊິດຕິດແທດກັບພຶດຕິກໍາຕົວຈິງ; ຕອບສະໜອງໄດ້ຕາມຄວາມມຸ່ງມາດປາດຖະໜາຂອງປະຊາຊົນ ແລະ ຂອງຜູ້ມີສິດເລືອກຕັ້ງ ໃນຄວາມຮຽກຮ້ອງຕ້ອງການສ້າງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນ”.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top