• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງ​ປະ​ຊຸມ​ເຊື່ອມ​ຊຶມ, ຜັນ​ຂະ​ຫຍາຍ​ການ​ປະ​ຕິ​ບັດ​ມະ​ຕິ​ສະ​ບັບ​ເລ​ກ​ທີ 10 ຂອງ​ກົມ​ການ​ເມືອງ

ຕອນ​ເຊົ້າ​ວັນ​ທີ 30 ມິ​ຖຸ​ນາ, ກອງ​ປະ​ຊຸມ​​ຄົ້ນ​ຄວ້າ, ຮ່ຳ​ຮຽນ, ເຊື່ອມ​ຊຶມ ແລະ ຜັນ​ຂະ​ຫຍາຍ​ມະ​ຕິ​ສະ​ບັບ​ເລກ​ທີ 10 – NQ/TW ຂອງ​ກົມ​ການ​ເມືອງ ກ່ຽວ​ກັບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ມີ​ເງິນ​ລົງ​ທຶນ​ຕ່າງ​ປະ​ເທດ ຖືກ​ຈັດ​ຂຶ້ນ​ຕາມ​ຮູບ​ແບບ​ເຊິ່ງ​ໜ້າ​ສົມ​ທົບ​ກັບ​ທາງ​ໄກໃນຂ​ອບ​ເຂດ​ທົ່ວ​ປະ​ເທດ.
ການ​ນຳ​ພັກ, ລັດ​ ແລະ ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມກອງ​ປະ​ຊຸມ (ພາບ: TTXVN)

ທ່ານ​ ໂຕ​ເລິມ, ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ; ທ່ານ ເລ​ມິງ​ຮຶງ ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ; ທ່ານ ເຈິ່ນ​ແທັງ​ເໝິ້ນ ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ໄດ້​ເຂົ້າ​ຮ່ວມ​ໂດຍ​ກົງ​ຢູ່​ຫ້ອງ​ປະ​ຊຸມ ຢຽນ​ຮົ່ງ.

ທ່ານ​ ໂຕ​ເລິມ, ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ (ພາ​ບ: TTXVN)

ໃນ​ກອງ​ປະ​ຊຸມ, ບັນ​ດາ​ຜູ້​ແທນ​ໄດ້​ຮັບ​ຊົມ​ຄຼິບ​ວິ​ດີ​ໂອ “40 ປີ​ແຫ່ງ​ການ​ດຶງ​ດູດ​ການ​ລົງ​ທຶນ​​ຕ່າງ​ປະ​ເທດ” ແລະ ຮັບ​ຟັງ​ເຊື່ອມ​ຊຶມ​ບັນ​ດາ​ເນື້ອ​ໃນ​ຈຸດ​ສຸມ, ແກ່ນ​ສານ​ຂອງ​ມະ​ຕິ​ສະ​ບັບ​ເລກ​ທີ 10 ຂອງ ກົມ​ການ​ເມືອງ ວ່າ​ດ້ວຍ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ທີ່​ມີ​ເງິນ​ລົງ​ທຶນ​ຕ່າງ​ປະ​ເທດ. ກອງ​ປະ​ຊຸມ ເພື່ອ​ແນ​ໃສ່​ຊ່ວຍ​ໃຫ້​ຖັນ​ແຖວ​ພະ​ນັກ​ງານ, ສະ​ມາ​ຊິກ​ພັກ​ມີ​ຄວາມ​ເປັນ​ເອ​ກະ​ພາບ​ສູງ​ກ່ຽວ​ກັບ​ຄວາມ​ຮັບ​ຮູ້ ແລະ ການ​ກະ​ທຳ, ກຳ​ແໜ້ນ​ເນື້ອ​ໃນ​ຫຼັກ, ຈຸດ​ໃໝ່, ຈຸດ​ສຸມ​ຂອງ​ມະ​ຕິ​ສະ​ບັບ​ດັ່ງ​ກ່າວ. ບົນ​ພື້ນ​ຖານ​ນັ້ນ ຫັນ​ໂຄງ​ການ, ແຜນ​ການ​ເຄື່ອນ​ໄຫວ​ເປັນ​ລະ​ອຽດ ແທດ​ເໝາະ​ກັບ​ສະ​ພາບ​​ຕົວ​ຈິງ, ປະ​ກອບ​ສ່ວນ​ນຳ​ມະ​ຕິ​ເຂົ້າ​ສູ່​ຊີ​ວິດ​ໂດຍ​ໄວ, ປຸກ​ລຸກ​ຄວາມ​ຕັດ​ສິນ​ໃຈ​ດ້ານ​ການ​ເມືອງ ແລະ ຈິດ​ໃຈ​ນະ​ວັດ​ຕະ​ກຳ​ໃນ​ທົ່ວ​ພັກ, ທົ່ວ​ປວງ​ຊົນ, ທົ່ວ​ກອງ​ທັບ, ປະ​ຕິ​ບັດ​ບັນ​ດາ​ເປົ້າ​ໝາຍ​ພັດ​ທະ​ນາ​ຢ່າງ​ວ່ອງ​ໄວ, ຍືນ​ຍົງ ​ໃຫ້ມີ​ໄຊ.

(ແຫຼ່ງຄັດຈາກ VOV)

ໂຮງ​ໝໍ​ກາງ​ສະ​ໜາມ​ຂັ້ນ 2 ເລກ 7 ຂອງ​ຫວຽດ​ນາມ ໄດ້​ຮັບຫຼຽນ​ກາ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ ສ​ປ​ຊ

ໂຮງ​ໝໍ​ກາງ​ສະ​ໜາມ​ຂັ້ນ 2 ເລກ 7 ຂອງ​ຫວຽດ​ນາມ ໄດ້​ຮັບຫຼຽນ​ກາ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ ສ​ປ​ຊ

​ນັບ​ແຕ່​ການ​ຜັນ​ຂະ​ຫຍາຍ​ໂຮງ​ໝໍ​ກາງ​ສະ​ໜາມ​ຂັ້ນ​ 2 ເລກ 7 ທຳ​ອິດ​ຢູ່ Bentiu ໃນ​ປີ 2018, ບັນ​ດາ​ໂຮງ​ໝໍ​ກາງ​ສະ​ໜາມ​ຂອງ ຫວຽດ​ນາມ ສະ​ແດງ​ລັກ​ສະ​ນະ​ເປັນ​ມື​ອາ​ຊີບ, ຄວາມ​ສາ​ມາດ​ດ້ານ​ວິ​ຊາ​ການ​ສູງ ແລະ ຈິດ​ໃຈ​ປະ​ຕິ​ບັດ​ໜ້າ​ທີ່​ຢ່າງ​ສຸດ​ຈີດ​ຈຸດ​ໃຈ.

Top