ຂ່າວສານ
ກອງປະຊຸມຄັ້ງທີ 12 ຂອງກຸ່ມປະຕິບັດວຽກງານສ້າງແຜນການຍຸດທະສາດ ປະຊາຄົມວັດທະນະທຳ ສັງຄົມ ອາຊຽນ
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີກະຊວງພາຍໃນ ຫວູຈຽນທັ້ງ ຖືວ່າ ການຮັບຮອງເອົາວິໄສທັດ ປະຊາຄົມອາຊຽນ 2045 ພ້ອມກັບບັນດາຍຸດທະສາດ ສະແດງໃຫ້ເຫັນວິທີການສຳຜັດຢ່າງເປັນເຈົ້າການຂອງອາຊຽນ, ຮັບມືກັບໂລກເຕັມໄປດ້ວຍການຜັນແປ. ເນື້ອໃນຂອງບັນດາເອກະສານຍຸດທະສາດໄດ້ສືບທອດ ແລະ ເສີມຂະຫຍາຍບັນດາຜົນສຳເລັດທີ່ບັນລຸໄດ້, ຮັກສາຄຸນຄ່າຫຼັກແຫຼ່ງຂອງ ອາຊຽນ, ພ້ອມທັງເປີດຫຼາຍໂອກາດ ແລະ ຄວາມສາມາດບົ່ມຊ້ອນໃນການຮ່ວມມືພາຍໃນກຸ່ມ ແລະ ນອກກຸ່ມ, ຍົກສູງຖານະບົດບາດ, ອິດທິພົນຊື່ສຽງ ຂອງ ຫວຽດນາມຢູ່ພາກພື້ນ ແລະ ສາກົນ. ທ່ານໃຫ້ຮູ້ວ່າ:
ຢູ່ຫວຽດນາມ ສືບຕໍ່ສຳເລັດຂອງແຜນການປະຕິບັດແຜນສັງລວມວັດທະນະທຳສັງຄົມ ອາຊຽນ 2025 ລະດັບຊາດ, ພວກຂ້າພະເຈົ້າໄດ້ເລີ່ມຕົ້ນສ້າງແຜນການໃໝ່ເພື່ອປະຕິບັດແຜນການຍຸດທະສາດປະຊາຄົມວັດທະນະທຳ ສັງຄົມ ອາຊຽນ.







