ຂ່າວສານ

ກອງ​ປະ​ຊຸມ​ຄັ້ງ​ທີ 12 ຂອງ​ກຸ່ມ​ປະ​ຕິ​ບັດວຽກ​ງານ​ສ້າງ​ແຜນ​ການ​ຍຸດ​ທະ​ສາດ ປະ​ຊາ​ຄົມ​ວັດ​ທະ​ນະ​ທຳ ສັງ​ຄົມ ອາ​ຊຽນ

ຕອນເຊົ້າວັນທີ 23 ມິຖຸນາ, ຢູ່ຮ່າໂນ້ຍ, ກະຊວງພາຍໃນ ຫວຽດນາມ ໄດ້ເປັນເຈົ້າພາບຈັດກອງປະຊຸມຄັ້ງທີ 12 ຂອງ ກຸ່ມປະຕິບັດວຽກງານສ້າງແຜນການຍຸດທະສາດ ປະຊາຄົມວັດທະນະທຳ ສັງຄົມ ອາຊຽນ (ASCC).
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ (ພາບ: VGP/TG)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີກະຊວງພາຍໃນ ຫວູຈຽນທັ້ງ ຖືວ່າ ການຮັບຮອງເອົາວິໄສທັດ ປະຊາຄົມອາຊຽນ 2045 ພ້ອມກັບບັນດາຍຸດທະສາດ ສະແດງໃຫ້ເຫັນວິທີການສຳຜັດຢ່າງເປັນເຈົ້າການຂອງອາຊຽນ, ຮັບມືກັບໂລກເຕັມໄປດ້ວຍການຜັນແປ. ເນື້ອໃນຂອງບັນດາເອກະສານຍຸດທະສາດໄດ້ສືບທອດ ແລະ ເສີມຂະຫຍາຍບັນດາຜົນສຳເລັດທີ່ບັນລຸໄດ້, ຮັກສາຄຸນຄ່າຫຼັກແຫຼ່ງຂອງ ອາຊຽນ, ພ້ອມທັງເປີດຫຼາຍໂອກາດ ແລະ ຄວາມສາມາດບົ່ມຊ້ອນໃນການຮ່ວມມືພາຍໃນກຸ່ມ ແລະ ນອກກຸ່ມ, ຍົກສູງຖານະບົດບາດ, ອິດທິພົນຊື່ສຽງ ຂອງ ຫວຽດນາມຢູ່ພາກພື້ນ ແລະ ສາກົນ. ທ່ານໃຫ້ຮູ້ວ່າ:

ຢູ່ຫວຽດນາມ ສືບຕໍ່ສຳເລັດຂອງແຜນການປະຕິບັດແຜນສັງລວມວັດທະນະທຳສັງຄົມ ອາຊຽນ 2025 ລະດັບຊາດ, ພວກຂ້າພະເຈົ້າໄດ້ເລີ່ມຕົ້ນສ້າງແຜນການໃໝ່ເພື່ອປະຕິບັດແຜນການຍຸດທະສາດປະຊາຄົມວັດທະນະທຳ ສັງຄົມ ອາຊຽນ.


top