• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະ​ຊຸມ​ສະ​ໄໝ​ສາ​ມັນ​ຂອງ​ລັດ​ຖະ​ບານ​ກ່ຽວ​ກັບ​ສ​ະ​ພາບ​ການ​ເສດ​ຖະ​ກິດ​ - ສັງ​ຄົມ​ເດືອນ​ກໍ​ລະ​ກົດ ແລະ 7 ເດືອນ​ຕົ້ນ​ປີ 2022

ເດືອນກໍລະກົດ ແລະ 7 ເດືອນຜ່ານມາ, ເສດຖະກິດມະຫາພາກເປັນປົກກະຕິ, ໄພເງິນເຟີ້ໄດ້ຮັບການຄວບຄຸມ, ຮັບປະກັນການເຕີບໂຕ, ຮັບປະກັນຄວາມດຸ່ນດ່ຽງໃຫຍ່, ລະບົບສະໜອງແຮງງານມີການຟື້ນຟູຢ່າງວ່ອງໄວ; ຄວາມເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນໄດ້ຮັບການຮັກສາ; ການເຄື່ອນໄຫວພົວພັນຕ່າງປະເທດໄດ້ຮັບການຊຸກຍູ້…
  ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)  

ຕອນເຊົ້າວັນທີ 3 ສິງຫາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມສະໄໝສາມັນຂອງລັດຖະບານກ່ຽວກັບສະພາບການເສດຖະກິດ - ສັງຄົມເດືອນກໍລະກົດ ແລະ 7 ເດືອນຕົ້ນປີ 2022; ສະພາບການຜັນຂະຫຍາຍການປະຕິບັດມະຕິຂອງລັດຖະບານ; ສະພາບການຜັນຂະຫຍາຍໂຄງການຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມ ແລະ ວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19. ກ່າວຄຳເຫັນໄຂວາລະປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ ເດືອນກໍລະກົດ ແລະ  7 ເດືອນຜ່ານມາ, ເສດຖະກິດມະຫາພາກເປັນປົກກະຕິ, ໄພເງິນເຟີ້ໄດ້ຮັບການຄວບຄຸມ, ຮັບປະກັນການເຕີບໂຕ, ຮັບປະກັນຄວາມດຸ່ນດ່ຽງໃຫຍ່, ລະບົບສະໜອງແຮງງານມີການຟື້ນຟູຢ່າງວ່ອງໄວ; ຄວາມເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນໄດ້ຮັບການຮັກສາ; ການເຄື່ອນໄຫວພົວພັນຕ່າງປະເທດໄດ້ຮັບການຊຸກຍູ້… ກ່ຽວກັບໜ້າທີ່ໃນເດືອນສິງຫາ ແລະ ຊຸມເດືອນຕໍ່ໄປ, ທ່ານນາຍົກລັດຖະມົນຕີໄດ້ເນັ້ນໜັກເຖິງ 4 ປັດໄຈຄວນສຸມໃສ່ປະຕິບັດໃຫ້ເປັນຢ່າງດີ, ນັ້ນແມ່ນ: ຮັກສາສະຖຽນລະພາບເສດຖະກິດມະຫາພາກ, ຮັບປະກັນການເຕີບໂຕ, ຄວາມດຸ່ນດ່ຽງໃຫຍ່; ຄວາມເປັນປົກກະຕິຢູ່ຕະຫຼາດແຫ່ງຕ່າງໆ, ໂດຍສະເພາະແມ່ນປະເພດລາຄາສິນຄ້າຍຸດທະສາດ; ຮັກສາສະຖຽນລະພາບດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນສັງຄົມ; ຮັກສາສະຖຽນລະພາບ ແລະ ຍົກສູງຊີວິດທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນ.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວວ່າ : 

"ກ່ຽວກັບບັນດາໜ້າທີ່ ແລະ ວິທີແກ້ໄຂຕົ້ນຕໍ, ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ສືບຕໍ່ຮັກສາພື້ນຖານເສດຖະກິດມະຫາພາກເປັນປົກກະຕິ ແລະ ຄວບຄຸມໄພເງິນເຟີ້; ສຸມໃສ່ປະຕິບັດໂຄງການຟື້ນຟູ ແລະ ພັດທະນາເສດຖະກິດ-ສັງຄົມໃຫ້ດີ. ພ້ອມກັນນັ້ນ, ຍູ້ແຮງການສ້າງໂຄງປະກອບເສດຖະກິດຄືນໃໝ່, ປ່ຽນໃໝ່ ຮູບແບບການເຕີບໂຕ, ເພີ່ມທະວີການນຳໃຊ້ວິທະຍາສາດເຕັກໂນໂລຢີ, ຊຸກຍູ້ການຫັນເປັນດີຈີຕອນ ແລະ ນະວັດຕະກຳ; ສຸມໃສ່ພັດທະນາວັດທະນະທຳສັງຄົມ, ປົກປັກຮັກສາສິ່ງແວດລ້ອມ. ເພີ່ມທະວີການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຮັກສາຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ປ້ອງກັນ ແລະ ສະກັດກັ້ນການສໍ້ລາດບັງຫຼວງ ແລະ ປະກົດການຫຍໍ້ທໍ້. ຍູ້ແຮງການພົວພັນຕ່າງປະເທດ, ປະຕິບັດນະໂຍບາຍການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນເປັນຫຼາຍຮູບຫຼາຍແບບ ແລະ ຫຼາຍຝ່າຍ, ເປັນເພື່ອນທີ່ດີ, ຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ ແລະ ມີຄວາມຮັບຜິດຊອບຂອງປະຊາຄົມໂລກ. ກໍ່ສ້າງພື້ນຖານເສດຖະກິດເອກະລາດ ແລະ ເປັນເຈົ້າຕົນເອງຕິດພັນກັບການເຊື່ອມໂຍງເຂົ້າກັບສາກົນຢ່າງຕັ້ງໜ້າ ແລະ ແທດຈິງ, ກວ້າງເລິກ, ແທດຈິງ ແລະ ມີປະສິດທິຜົນ."

ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງໄດ້ເປັນປະທານກອງປະຊຸມປຶກສາຫາລືກ່ຽວກັບການປ່ອຍເງິນລົງທຶນສາທາລະນະ ແລະ ສະພາບການຜັນຂະຫຍາຍປະຕິບັດ 3 ແຜນງານເປົ້າໝາຍແຫ່ງຊາດ, ໃນນັ້ນມີບັນດາໂຄງການຄື: ການລົບລ້າງຄວາມອຶດຫີວ ແລະ ຫຼຸດຜ່ອນຄວາມທຸກຍາກ; ກໍ່ສ້າງຊົນນະບົດໃໝ່; ແລະພັດທະນາເສດຖະກິດ-ສັງຄົມຢູ່ເຂດປະຊາຊົນບັນດາເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ.

(ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top