• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມສຳມະນາອາຊຽນດ້ວຍຍຸດທະສາດ “ມະຫາສະມຸດອິນເດຍ - ປາຊີຟິກເສລີພາບ ແລະ ເປີດກວ້າງ”

      ວັນທີ 04 ເມສາ, ຢູ່ນະຄອນຫຼວງ ຈາກາຕາ (Jakarta), ປະເທດອິນໂດເນເຊຍ, ໄດ້ດຳເນີນກອງປະຊຸມສຳມະນາສະເຫຼີມສະຫຼອງ 45 ປີ ແຫ່ງວັນຮ່ວມມື ແລະ ມິດຕະພາບ ອາຊຽນ - ຍີ່ປຸ່ນ ດ້ວຍຫົວຂໍ້ວ່າ “ອາຊຽນດ້ວຍຍຸດທະສາດມະຫາສະມຸດອິນເດຍ - ປາຊີຟິກເສລີພາບ ແລະ ເປີດກວ້າງ”

ທ່ານ ສາດສະດາຈານ Yuichi Hosoya ມາຫາວິທະຍາໄລ Keio ຍີ່ປຸ່ນ ກ່າວຄຳເຫັນທີ່ກອງປະຊຸມສຳມະນາ (ພາບ: vietnam+)
      ໂດຍຄະນະຍີ່ປຸ່ນປະຈຳອາຊຽນ ສົມທົບກັບ ສະຖາບັນຄົ້ນຄວ້າແຫ່ງຊາດອິນໂດເນເຊຍ (LIPI) ຈັດຕັ້ງຂຶ້ນ. ໂດຍມີການເຂົ້າຮ່ວມຂອງບັນດາຜູ້ແທນລວມມີເຈົ້າໜ້າທີ່ລັດຖະບານອິນໂດເນເຊຍ, ຜູ້ຕາງໜ້າສະຖານທູດຂອງບັນດາປະເທດປະຈຳອິນໂດເນເຊຍ ແລະ ບັນດາອົງການຈັດຕັ້ງສາກົນ 200 ຄົນ.
        ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນໄດ້ສຸມໃສ່ປຶກສາຫາລືກ່ຽວກັບສິ່ງທ້າທາຍຄວາມໝັ້ນຄົງໃນພາກພື້ນ, ພ້ອມທັງວິໄຈ ແລະ ຊີ້ແຈ້ງບັນດາກາລະໂອກາດເປີດໃໝ່ໃຫ້ແກ່ບັນດາປະເທດໃນການຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ, ປະກອບສ່ວນຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບ ແລະ ວັດທະນາຖາວອນໃນພາກພື້ນ.
 (ແຫຼ່ງຄັດຈາກ VOV)

ມະ​ຫາ​ວິ​ທະ​ຍາ​ໄລ​ບໍ່​ແຮ່ - ທໍ​ລະ​ນີ​ສາດ ຕ້ອງ​ເປັນ​ເຈົ້າ​ເຕັກ​ໂນ​ໂລ​ຢີ​ສຳຫຼວດລົງ​ເລິກໃຕ້​ດິນ​, ບືນ​ຕົວ​ອອກ​ໄປ​ສູ່ທະ​ເລ​ໃຫຍ່

ມະ​ຫາ​ວິ​ທະ​ຍາ​ໄລ​ບໍ່​ແຮ່ - ທໍ​ລະ​ນີ​ສາດ ຕ້ອງ​ເປັນ​ເຈົ້າ​ເຕັກ​ໂນ​ໂລ​ຢີ​ສຳຫຼວດລົງ​ເລິກໃຕ້​ດິນ​, ບືນ​ຕົວ​ອອກ​ໄປ​ສູ່ທະ​ເລ​ໃຫຍ່

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ສະ​ເໜີ​ການ​ນຳ, ພະ​ລັກ​ງານ, ຄູ​ສອນ ແລະ ນັກ​ສຶກ​ສາ ຂອງ​ໂຮງ​ຮຽນ​ຢຶດ​ໝັ້ນ​ປ່ຽນ​ແປງ​ການ​ສຶກ​ສາ​ມະ​ຫາ​ວິ​ທະ​ຍາ​ໄລ​ໂດຍ​ພື້ນ​ຖານ ແລະ ຮອບ​ດ້ານ; ຍົກ​ສູງ​ຄຸນ​ນະ​ພາບ​ໃນ​ການ​ບຳ​ລຸງ​ສ້າງ​ຕາມ​ມາດ​ຖານ​ສາ​ກົນ​ຢ່າງ​ແທ​້​ຈິງ.

Top