• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມສຳມະນາສົ່ງເສີມການຄ້າ ຫວຽດນາມ - ບັງກຼາເທດ

      ເພື່ອແນໃສ່ຊອກຫາຄູ່ຮ່ວມມື, ລູກຄ້າ, ປະກອບສ່ວນຍູ້ແຮງການຮ່ວມມືແລກປ່ຽນຄ້າຂາຍ, ຊຸກຍູ້ການສົ່ງອອກ ແລະ ເພີ່ມທະວີການແລກປ່ຽນການຄ້າ, ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ 

ກອງປະຊຸມສຳມະນາສົ່ງເສີມການຄ້າ ຫວຽດນາມ - ບັງກຼາເທດ (ພາບອິນເຕີແນັດ)
      ໄດ້ຈັດຕັ້ງຄະນະຜູ້ແທນວິສາຫະກິດເກືອບ 20 ແຫ່ງໃນຂົງເຂດຕ່າງໆ ໄປຍັງ ບັງກຼາເທດ ເພື່ອສົ່ງເສີມການຄ້າ. ເນື່ອງໃນໂອກາດນີ້ ໄດ້ດຳເນີນກອງປະຊຸມສຳມະນາສົ່ງເສີມການລົງທຶນ, ການຄ້າ ຫວຽດນາມ - ບັງກຼາເທດ,  ແລະ ການພົບປະ, ແລກປ່ຽນລະຫວ່າງວິສາຫະກິດ 2 ປະເທດ. ທີ່ກອງປະຊຸມສຳມະນາ, ທ່ານ Tofail Ahmed ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ບັງກຼາເທດ ໃຫ້ຄຳໝັ້ນສັນຍາວ່າ ຈະສົມທົບກັບຝ່າຍ ຫວຽດນາມ ເພື່ອສ້າງສາຍການບິນໂດຍກົງລະຫວ່າງ 2 ປະເທດໂດຍໄວ ແນໃສ່ຊຸກຍູ້ການຄ້າ ແລະ ການທ່ອງທ່ຽວ. ທ່ານ Tofail Ahmed ຮຽກຮ້ອງບັນດາວິສາຫະກິດ ຫວຽດນາມ ລົງທຶນຢູ່ ບັງກຼາເທດ, ປາດຖະໜາວ່າ ໃຫ້ລັດຖະບານ ຫວຽດນາມ ສ້າງເງື່ອນໄຂສະດວກ ເພື່ອໃຫ້ບັນດາຜະລິດຕະພັນການຢາຂອງ ບັງກຼາເທດ ໄດ້ສຳພັດກັບຕະຫລາດ ຫວຽດນາມ ຫລາຍກ່ວາ.
 (ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກ ໄດ້ຊີ້ແຈ້ງວ່າການປ່ອຍເງິນຂອງລັດ ປີ 2025 ມີບາດກ້າວພັດທະນາ. ໃນ 8 ເດືອນ ທີ່ຜ່ານມາ, ການປ່ອຍເງິນທຶນລົງທຶນຂອງລັດ ບັນລຸໄດ້ 46 % ຕາມແຜນທີ່ນາຍົກໄດ້ມອບໃຫ້, ເພີ່ມຂຶ້ນ 6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

Top