• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15 ສິ້ນສຸດລົງຢ່າງຈົບງາມ

ສະພາແຫ່ງຊາດໄດ້ພິຈາລະນາ, ປະກອບຄຳເຫັນ ແລະ ຕົກລົງຈຳນວນໜ້າວຽກຢ່າງໃຫຍ່ຫຼວງ, ມີຄວາມໝາຍປະຫວັດສາດ, ດ້ວຍຫຼາຍເນື້ອໃນສຳຄັນຍິ່ງ.
ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝີນ (ພາບ: quochoi.vn)

ຕາມລາຍການ, ຕອນເຊົ້າວັນທີ 27 ມິຖຸນາ, ຢູ່ ຮ່າໂນ້ຍ, ກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15 ໄດ້ອັດລົງ. ເຂົ້າຮ່ວມພິທີອັດກອງປະຊຸມ ມີທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ, ການນຳພັກ, ລັດ, ອະດີດການນຳພັກ, ລັດອີກຫຼາຍທ່ານ.

        ທີ່ກອງປະຊຸມຄັ້ງນີ້, ສະພາແຫ່ງຊາດໄດ້ພິຈາລະນາ, ປະກອບຄຳເຫັນ ແລະ ຕົກລົງຈຳນວນໜ້າວຽກຢ່າງໃຫຍ່ຫຼວງ, ມີຄວາມໝາຍປະຫວັດສາດ, ດ້ວຍຫຼາຍເນື້ອໃນສຳຄັນຍິ່ງ, ຕິດພັນກັບຄວາມຮຽກຮ້ອງຂອງການປ່ຽນແປງໃໝ່, ສ້າງລະບອບລະບຽບການໃຫ້ສົມບຸນແບບ, ຫັນກົງຈັກໃຫ້ກະທັດລັດ. ສະພາແຫ່ງຊາດໄດ້ຮັບຮອງເອົາກົດໝາຍ 34 ສະບັບ, ມະຕິ 34 ສະບັບ, ປຶກສາຫາລື, ປະກອບຄຳເຫັນໃສ່ຮ່າງກົດໝາຍ 6 ສະບັບ. ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝີນ, ໃຫ້ຮູ້ວ່າ:

        “ນີ້ແມ່ນກອງປະຊຸມມີຈຳນວນເນື້ອໃນວຽກງານສ້າງກົດໝາຍຫຼາຍທີ່ສຸດນັບແຕ່ກ່ອນມາຮອດປະຈຸບັນ. ພິເສດ, ສະພາແຫ່ງຊາດໄດ້ປຶກສາຫາລື ແລະ ຮັບຮອງເອົາມະຕິປັບປຸງ, ເພີ່ມເຕີມບາງມາດຕາຂອງລັດຖະທຳມະນູນປະເທດ ສສ.ຫວຽດນາມ. ພ້ອມກັບກົດໝາຍ, ມະຕິຫຼາຍສະບັບຢ່າງຄົບຊຸດ, ສ້າງພື້ນຖານນິຕິກຳໃຫ້ແກ່ການປ່ຽນແປງໃໝ່, ສັບຊ້ອນກົງຈັກອຳນາດການປົກຄອງທ້ອນຖິ່ນ 2 ຂັ້ນ… ນີ້ແມ່ນບັນດານະໂຍບາຍຊີ້ຂາດທີ່ສຳຄັນເພື່ອກະກຽມໃຫ້ການເລືອກຕັ້ງເຊິ່ງຈະຈັດຂຶ້ນໃນເດືອນ ເມສາ 2026”.

        ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີິ້ນ ຢືນຢັນວ່າ, ກອງປະຊຸມຄັ້ງນີ້ບັນລຸຜົນສຳເລັດຢ່າງຈົບງາມ, ແມ່ນກອງປະຊຸມປະຫວັດສາດ.

        ກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15 ໄດ້ແບ່ງເປັນ 2 ໄລຍະ: ໄລຍະທີ 1 ແຕ່ວັນທີ 05 ພຶດສະພາ - 29 ພຶດສະພາ ແລະ ໄລຍະທີ 2 ແຕ່ວັນທີ 11 ມິຖຸນາ - 27 ມິຖຸນາ 2025.

(ແຫຼ່ງຄັດຈາກ VOV)

ເລຂາທິການໃຫຍ່ສະຫະປະຊາຊາດ: ກົດບັດສະຫະປະຊາຊາດຕ້ອງໄດ້ເຄົາລົບ

ເລຂາທິການໃຫຍ່ສະຫະປະຊາຊາດ: ກົດບັດສະຫະປະຊາຊາດຕ້ອງໄດ້ເຄົາລົບ

ຕາມທ່ານເລຂາທິການໃຫຍ່ Antonio Guterres ແລ້ວ, ກົດບັດສະຫະປະຊາຊາດແມ່ນຖະແຫຼງການກ່ຽວກັບຄວາມຫວັງ ແລະ ເປັນພື້ນຖານຂອງການຮ່ວມມືສາກົນເພື່ອໂລກທີ່ດີງາມກວ່າ.

Top