• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມສະໄໝສາມັນປະຈໍາເດືອນທັນວາຂອງລັດຖະບານ: GDP ປີ 2018 ເພີ່ມຂຶ້ນລະດັບສະຖິຕິ 7,08%

      ນັບແຕ່ໃດໆມາ ຍັງບໍ່ທັນມີປີໃດ ຫວຽດນາມ ບັນລຸລະດັບສົ່ງອອກສິນຄ້າກວ່າ 7 ຕື້ USD ຄືປີີນີ້

ທ່ານນາຍົກລັດຖະມົນຕີກ່າວຄໍາເຫັນທີ່ກອງປະຊຸມສະໄໝສາມັນປະຈໍາເດືອນທັນວາຂອງລັດຖະບານ (ພາບ: chinhphu.vn)
      ຕອນບ່າຍວັນທີ 27 ທັນວາ, ຢູ່ກອງປະຊຸມສະໄໝສາມັນປະຈໍາເດືອນ ທັນວາຂອງລັດຖະບານ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ, ໃຫ້ຮູ້ວ່າ ປີ 2018 ພື້ນຖານເສດຖະກິດຫວຽດນາມ ບັນລຸຄາດໝາຍເຕີບໂຕ GDP ແມ່ນ 7,08%. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍຊີ້ແຈ້ງວ່າ ນັບແຕ່ໃດໆມາ ຍັງບໍ່ທັນມີປີໃດ ຫວຽດນາມ ບັນລຸລະດັບສົ່ງອອກສິນຄ້າກວ່າ 7 ຕື້ USD ຄືປີີນີ້. ບັນດາຂົງເຂດອື່ນຂອງພື້ນຖານເສດຖະກິດ ກໍບັນລຸໝາກຜົນດີຄື: ການປ່ຽນແປງຮູບແບບການເຕີບໂຕ, ລະດັບເຕີບໂຕສິນເຊື່ອຕໍ່າ 15 – 16% ໃນສະພາບທີ່ການຂຸດຄົ້ນນໍ້າມັນອາຍແກັດຫຼຸດໜ້ອຍລົງ, ຈໍານວນວິສາຫະກິດສ້າງຕັ້ງໃໝ່ໃນປີນີ້ ສູງກວ່າ ເມື່ອທຽບໃສ່ກັບທຸກໆປີ.
        ທີ່ກອງປະຊຸມ, ລັດຖະບານໄດ້ຮັບຟັງ, ປຶກສາຫາລືກ່ຽວກັບບັນດາບົດລາຍງານ ກ່ຽວກັບການສະເໜີການສ້າງ ຮ່າງກົດໝາຍບາງສະບັບ ເຊັ່ນ: ກົດໝາຍວ່່າດ້ວຍຊາວຜູ້ອອກແຮງງານຫວຽດນາມ ໄປເຮັດວຽກຢູ່ຕ່າງປະເທດ (ສະບັບປັບປຸງ), ກົດໝາຍປັບປຸງ, ເພີ່ມເຕີ່ມບາງມາດຕາ ຂອງກົດໝາຍວ່າດ້ວຍການແກ້ໄຂການລະເມີດການບໍລິຫານ..... ແລະ ອື່ນໆ
 (ແຫຼ່ງຄັດຈາກ VOV)

ສົ່ງສານກ່ຽວກັບ ຫວຽດນາມ ພວມກ້າວເຂົ້າສູ່ສັງກາດພັດທະນາໃໝ່

ສົ່ງສານກ່ຽວກັບ ຫວຽດນາມ ພວມກ້າວເຂົ້າສູ່ສັງກາດພັດທະນາໃໝ່

ເລື່ອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດຄັ້ງທີ 81, ໃນສະພາບການທີ່ ຫວຽດນາມ ແລະ ສະຫະປະຊາຊາດ ມຸ່ງໄປເຖິງການສະເຫຼີມສະຫຼອງ 50 ປີ ແຫ່ງວັນສ້າງຕັ້ງການພົວພັນ

Top