• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມສະຫຼຸບຂະແໜງກະສິກຳ

ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ແລະ ທົ່ວຂະແໜງກະສິກຳ, ຊົນນະບົດ ສ້າງແຜນການ, ແຜນງານລະອຽດ ເພື່ອຜັນຂະຫຍາຍບັນດາໜ້າທີ່, ວຽກງານຈຸດສຸມ.
  ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈີງ ເຂົ້າຮ່ວມ ແລະ ກ່າວຄຳເຫັນຊີ້ນຳຢູ່ກອງປະຊຸມ  

ຕອນເຊົ້າວັນທີ 13 ມັງກອນ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈີງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນຊີ້ນຳຢູ່ ກອງປະຊຸມສະຫຼຸບຂະແໜງກະສິກຳ ໂດຍກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ຈັດຂຶ້ນ.

ທ່ານ ນາຍົກລັດຖະມົນຕີ ໄດ້ຍ້ອງຍໍຊົມເຊີຍຄວາມມານະພະຍາຍາມ ແລະ ໝາກຜົນທີ່ບັນລຸໄດ້ຂອງທຸກຂັ້ນ, ທຸກຂະແໜງການ, ພິເສດແມ່ນຂະແໜງກະສິກຳ, ບັນດາທ້ອງຖິ່ນ ແລະ ການຕັດສິນໃຈຜ່ານຜ່າຄວາມຫຍຸ້ງຍາກ, ປ່ຽນແປໃໝ່ປະດິດຄິສ້າງຂອງຊາວກະສິກອນ ແລະ ປະຊາຄົມວິສາຫະກິດ ທີ່ໄດ້ປະກອບສ່ວນສຳຄັນ ເຂົ້າໃນຜົນງານການພັດທະນາເສດຖະກິດ - ສັງຄົມລວມ ຂອງທົ່ວປະເທດໃນປີ 2022.

ປີ 2023 ເພື່ອສູ້ຊົນເປົ້າໝາຍບັນລຸລະດັບການເຕີບໂຕ GDP ຂອງຂະແໜງ ໃຫ້ໄດ້ປະມານ 3,5%, ວົງເງິນສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນ້ຳຕ້ອງບັນລຸໃຫ້ໄດ້ 55 ຕື້ ໂດລາສະຫະລັດ ຂຶ້ນໄປ, ທ່ານ ນາຍົກລັດຖະມົນຕີຮຽກຮ້ອງໃຫ້ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ແລະ ທົ່ວຂະແໜງກະສິກຳ, ຊົນນະບົດ ສ້າງແຜນການ, ແຜນງານລະອຽດ ເພື່ອຜັນຂະຫຍາຍບັນດາໜ້າທີ່, ວຽກງານຈຸດສຸມ. ຄຽງຄູ່ກັນນັ້ນ, ແມ່ນສ້າງເຄື່ອງໝາຍການຄ້າ, ວາງແຜນພັດທະນາຂົງເຂດວັດຖຸດິບ ຕອບສະໜອງຄວາມຕ້ອງການຂອງການພັດທະນາ, ນຳໃຊ້ວິທະຍາສາດເຕັກໂນໂລຊີ, ຫັນເປັນສີຂຽວ, ຫັນເປັນດີຈີຕອນ, ຕິດພັນກັບການພັດທະນາກະສິກຳ ກັບການພັດທະນາການທ່ອງທ່ຽວ, ຕອບສະໜອງແຫຼ່ງທຶນ ໃຫ້ແກ່ການພັດທະນາກະສິກຳ.

ຕອນບ່າຍວັນດຽວກັນ, ເມື່ອເຂົ້າຮ່ວມກອງປະຊຸມສະຫຼຸບວຽກງານປີ 2022 ແລະ ຜັນຂະຫຍາຍວຽກງານປີ 2023 ຂອງຂະແໜງຄົມມະນາຄົມຂົນສົ່ງ ຫວຽດນາມ, ຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຮຽກຮ້ອງໃຫ້ຂະແໜງສຸມໃສ່ລະດົມທຸກແຫຼ່ງກຳລັງເພື່ອພັດທະນາພື້ນຖານໂຄງລ່າງ. ພ້ອມກັນນັ້ນ, ກະຊວງກໍ່ຮີບເຮັ່ງຍື່ນສະເໜີຮ່າງກົດໝາຍວ່າດ້ວຍການຄົມມະນາຄົມທາງບົກຕໍ່ຂັ້ນມີສິດອຳນາດ, ສຸມໃສ່ປ່ຽນແປງໃໝ່ການເຄື່ອນໄຫວຂົນສົ່ງ, ຍົກສູງຄຸນນະພາບການເຄື່ອນໄຫວຂົນສົ່ງຂອງ ຫວຽດນາມ.

(ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top