• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມວິສາຫະກິດພິເສດອາຊຽນ-ອົດສະຕາລີ

ວັນທີ 16 ມີນາ, ໃນຂອບເຂດກອງປະຊຸມສຸດຍອດພິເສດອາຊຽນ - ອົດສະຕາລີ, ກອງປະຊຸມວິສາຫະກິດພິເສດອາຊຽນ - ອົດສະຕາລີ ໄດ້ດຳເນີນຢູ່ນະຄອນ Sydney, ລັດ New South Wales, ປະເທດອົດສະຕາລີ.
 

 
ທ່ານນາຍົກລັດຖະມົນຕີອົດສະຕາລີ Malcolm Turnbull ແລະ ທ່ານນາຍົກລັດຖະມົນຕີສິງກະໂປ ຫຼີິຊຽນຫຼົງ

(ພາບ: TTXVN)

 

ທ່ານນາຍົກລັດຖະມົນຕີອົດສະຕາລີ Malcolm Turnbull ແລະ ທ່ານນາຍົກລັດຖະມົນຕີສິງກະໂປ ຫຼີິຊຽນຫຼົງ ໄດ້ເປັນປະທານກອງປະຊຸມ.

        ກ່າວຄຳເຫັນໃນວາລະປະຊຸມຕອນໃນເຊົ້າ, ທ່ານນາຍົກລັດຖະມົນຕີ Turnbull ໃຫ້ຂໍ້ສັງເກດວ່າ ການຈັດຕັ້ງກອງປະຊຸມຄັ້ງນີ້ຈະສະແດງໃຫ້ໂລກເຫັນວ່າ ອາຊຽນ ແລະ ອົດສະຕາລີ ນັບມື້ນັບຫຍັບມໍ່ເຂົ້າກັນກວ່າ, ພ້ອມກັນແບ່ງປັນແນວຄວາມຄິດ, ວຽກງານ ແລະ ເຕັກໂນໂລຊີໃໝ່ ເພື່ອຜົນປະໂຫຍດລວມ. ທ່ານ Turnbull ໄດ້ຮຽກຮ້ອງໃຫ້ບັນດາການນຳອາຊີ ຊຸກຍູ້ການເປີດກວ້າງຂອງພັນທະມິດການຄ້າຢູ່ພາກພື້ນ, ໂດຍສະເພາະແມ່ນເມື່ອລັດທິອາລັກຂາພວມນັບມື້ນັບເພີ່ມທະວີການສົ່ງຜົນສະທ້ອນໃນໂລກ.

        ພາຍຫຼັງບົດກ່າວປາໄສຂອງທ່ານນາຍົກລັດຖະມົນຕີອົດສະຕາລີ, ທ່ານນາຍົກລັດຖະມົນຕີ ຫຼີິຊຽນຫຼົງ ໃຫ້ຮູ້ວ່າ, ສິງກະໂປ ພ້ອມແລ້ວທີ່ຈະໜູນຊ່ວຍອົດສະຕາລີ ເພີ່ມທະວີການຮ່ວມສຳພັນກັບອາຊຽນ, ນຳພາກພື້ນອາຊີຕາເວັນອອກສ່ຽງໃຕ້ ໃຫ້ນັບມື້ນັບໃກ້ກັບໂລກກວ່າ.

        ຜ່ານກອງປະຊຸມ, ບັນດາການນຳວິສາຫະກິດແຖວໜ້າ, ບັນດານັກສົ່ງອອກໃຫຍ່… ຂອງບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ ຈະມີກາລະໂອກາດໄດ້ພົບປະ, ແບ່ງປັນບົດຮຽນ ແລະ ວິໄສທັດຍຸດທະສາດກັບບັນດາວິສາຫະກິດອົດສະຕາລີ ຕື່ມອີກ, ກໍຄືພ້ອມກັນຊອກຫາຄູ່ຮ່ວມມື ເປີດກວ້າງກາລະໂອກາດສົ່ງອອກສິນຄ້າໄປຍັງຕະຫຼາດນີ້.

(ແຫຼ່ງຄັດຈາກ VOV)


ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ການສັບສ້ອນ, ຫັນກົງຈັກເປັນກະທັດລັດ, ຜັນຂະຫຍາຍຮູບແບບອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ ແມ່ນລຸລ່ວງໂດຍພື້ນຖານແລ້ວ

Top