• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຮຽກຮ້ອງເພີ່ມທະວີການເຊື່ອມຕ່ໍ

ທ່ານນາຍົກລັດຖະມົນຕີ ມາເລເຊຍ ກໍ່ເນັ້ນໜັ້ກເຖິງບັນດາບຸລິມະສິດ ໃນການຮ່ວມມືທີ່ແທ້ຈິງຄືການເຊື່ອມຕໍ່, ການຄຳ້ປະກັນຄວາມໝັ້ນຄົງດ້ານ ສະບຽງອາຫານ, ການຫັນເປັນດີຈີຕອນ, ການສຶກສາ, ການແພດສາທາລະນະສຸກ ແລະດິນຟ້າອາກາດ.
ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 (ພາບ: TTXVN)

ກ່າວຄຳເຫັນທີພິທີໄຂກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ເມື່ອຕອນເຊົ້າວັນທີ 9 ກໍລະກົດຢູ່ ມາເລເຊຍ, ທ່ານນາຍົກລັດຖະມົນຕີ ມາເລເຊຍ Anwar Ibrahim ໄດ້ເນັ້ນໜັ້ກວ່າ ບັນດາລັດຖະມົນຕີການຕ່າງປະເທດ ແລະ ເສດຖະກິດໃນພາກພື້ນ ຕ້ອງສົມທົບກັນຢ່າງແໜ້ນແຟ້ນ, ຍ້ອນວ່າມີແຕ່ພ້ອມກັນກະທຳ, ອາຊຽນຈຶ່ງອາດສາມາດ ນຳຈິດໃຈສາມັກຄີກາຍເປັນໝາກຜົນຢ່າງລະອຽດ ແລະ ແທດຈິງໃຫ້ແກ່ພາກພື້ນ,.

ບັນດາເຄື່ອງມືທີ່ເປັນມູນເຊື້ອໄດ້ຊ່ວຍສ້າງການເຕີບໂຕ ປັດຈຸບັນໄດ້ນຳໃຊ້ເພື່ອ ສ້າງກຳລັງດັນ, ປິດລ້ອມ ແລະ ຈຳກັດ. ພາສີອາກອນ, ການຈຳກັດການສົ່ງອອກນຳເຂົ້າ ແລະ ຮົ້ວກີດຂວາງໃນການລົງທຶນປັດຈຸບັນ ກາຍເປັນເຄື່ອງມືທີ່ແຫຼມຄົມຂອງການແກ້ງແຍ້ງທາງພູມີສາດການເມືອງ. ນີ້ບໍ່ແມ່ນພາຍຸພັດຜ່ານ ນີ້ແມ່ນສະພາບອາກາດໃໝ່ຂອງຍຸກສະໄໝພວກເຮົາ. ອາຊຽນຕ້ອງປະເຊີນໜ້າກັບຕົວຈິງນີ້ ຢ່າງຈະແຈ້ງ ແລະ ມີຄວາມໄວ້ເນື້ອເຊື່ອໃຈພ້ອມກັນກະທຳດ້ວຍວິໄສທັດທີ່ຍາວໄກ.

ທ່ານນາຍົກລັດຖະມົນຕີ ມາເລເຊຍ ກໍ່ເນັ້ນໜັ້ກເຖິງບັນດາບຸລິມະສິດ ໃນການຮ່ວມມືທີ່ແທ້ຈິງຄືການເຊື່ອມຕໍ່, ການຄຳ້ປະກັນຄວາມໝັ້ນຄົງດ້ານ ສະບຽງອາຫານ, ການຫັນເປັນດີຈີຕອນ, ການສຶກສາ, ການແພດສາທາລະນະສຸກ ແລະດິນຟ້າອາກາດ, ພ້ອມທັງຢັ້ງຢືນວ່າ ທຸກຄວາມມານະພະຍາຍາມຂອງ ອາຊຽນ ຕ້ອງມີຜົນປະໂຫຍດລະອຽດໃຫ້ແກ່ປະຊາຊົນໃນພາກພື້ນ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top