• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມປຶກສາຫາລືຮ່ວມ ອາຊຽນ

      ທ່ານຮອງລັດຖະມົນຕີ ຫງວຽນກ໊ວກຢຸງ ກໍ່ໄດ້ຍົກອອກບັນດາຜົນກະທົບຂອງ ໂລກລະບາດໂຄວິດ - 19 ຕໍ່ພາກພື້ນ, ໃນນັ້ນມີການເພີ່ມທະວີຊ່ອງວ່າງພັດທະນາ ລະຫວ່າງ ບັນດາພາກພື້ນໃນ ອາຊຽນ. 
ທ່ານ ຫງວຽນກ໊ວກຢຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າ SOM ອາຊຽນ ຫວຽດນາມ (ພາບ: baoquocte.com)
      ວັນທີ 17 ມິຖຸນາ 2021, ອາຊຽນ ໄດ້ຈັດກອງປະຊຸມປຶກສາຫາລືຮ່ວມ ອາຊຽນ (JCM) ພາຍໃຕ້ການເປັນປະທານຂອງປະເທດ ບຣູໄນ ປະທານ ອາຊຽນ 2021. ເຂົ້າຮ່ວມກອງປະຊຸມ ມີບັນດາເຈົ້າໜ້າທີ່ອາວຸໂສ (SOM) ຂຶ້ນກັບ 3 ເສົາຄ້ຳຂອງປະຊາຄົມອາຊຽນ, ຫົວໜ້າຄະນະຜູ້ຕາງໜ້າປະຈຳຂອງບັນດາປະເທດສະມາຊິກ ອາຊຽນ ແລະ ຄະນະເລຂາອາຊຽນ. ທ່ານ ຫງວຽນກ໊ວກຢຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າ SOM ອາຊຽນ ຫວຽດນາມ ໄດ້ນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມພ້ອມກັບຜູ້ຕາງໜ້າກະຊວງອຸດສາຫະກຳການຄ້າ, ກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີ ຫງວຽນກ໊ວກຢຸງ ຖືວ່າ ໃນສະພາບການຄືປັດຈຸບັນ, ອາຊຽນ ຕ້ອງບຸລິມະສິດໃຫ້ແກ່ການຟື້ນຟູ, ຊຸກຍູ້ການເຊື່ອມຕໍ່, ລະອຽດແມ່ນຜັນຂະຫຍາຍກອບຟື້ນຟູສັງລວມ ອາຊຽນ ຢ່າງມີປະສິດທິຜົນ ແລະ ປະຕິບັດສຳເລັດແລວເສັ້ນທາງການໄປມາຢູ່ ອາຊຽນ ໂດຍໄວ, ສ້າງເງື່ອນໄຂສະດວກໃຫ້ການເດີນທາງໄປມາໃນ ອາຊຽນ.
ທ່ານຮອງລັດຖະມົນຕີ ກໍ່ໄດ້ຍົກອອກບັນດາຜົນກະທົບຂອງ ໂລກລະບາດໂຄວິດ - 19 ຕໍ່ພາກພື້ນ, ໃນນັ້ນມີການເພີ່ມທະວີຊ່ອງວ່າງພັດທະນາ ລະຫວ່າງ ບັນດາພາກພື້ນໃນ ອາຊຽນ. ທ່ານຮອງລັດຖະມົນຕີ ໄດ້ສະເໜີໃຫ້ ອາຊຽນ ຕ້ອງເອົາໃຈໃສ່, ໜູນຊ່ວຍບັນດາເຂດຫ່າງໄກສອກຫຼີກ, ໃນນັ້ນ ມີເຂດອະນຸພາກພື້ນແມ່ນ້ຳຂອງ, ຟື້ນຟູພາຍຫຼັງໂລກລະບາດໂຄວິດ - 19 ແລະ ໄປທັນກັບລະດັບພັດທະນາລວມໃນ ອາຊຽນ.
(ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top