• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມທົ່ວປະເທດສະຫຼຸບວຽກງານໂຄສະນາສຶກສາປີ 2017,ຜັນຂະຫຍາຍໜ້າທີ່ປີ 2018

      ວັນທີ 25 ທັນວາ, ຢູ່ນະຄອນໂຮ່ຈິມິນ, ຄະນະໂຄສະນາສຶກສາສູນກາງພັກໄດ້ຈັດກອງປະຊຸມທົ່ວປະເທດສະຫຼຸບວຽກງານໂຄສະນາສຶກສາປີ 2017, ຜັນຂະຫຍາຍໜ້າທີ່ປີ 2018.

(ກອງປະຊຸມທົ່ວປະເທດສະຫຼຸບວຽກງານໂຄສະນາສຶກສາປີ 2017,ຜັນຂະຫຍາຍໜ້າທີ່ປີ 2018)
      ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຫວໍວັນເຖືອງ, ຫົວໜ້າຄະນະໂຄສະນາສຶກສາສູນກາງພັກ ຢືນຢັນວ່າ, ຄະນະໂຄສະນາສຶກສາສູນກາງພັກ ຕິດແທດກັບໜ້າທີ່ການເມືອງຂອງພັກ ແລະ ປະເທດຊາດ, ຕິດແທດກັບຊີວິດຕົວຈິງ, ປ່ຽນໃໝ່ທາງດ້ານເນື້ອໃນຢ່າງບໍ່ຢຸດຢັ້ງ ແລະ ແບບວິທີການປະຕິບັດງານ. ຄຽງຂ້າງນັ້ນ, ຂະແໜງໂຄສະນາສຶກສາສູນກາງພັກຈະແກ້ໄຂບັນດາຂໍ້ຈຳກັດຢ່າງມີປະສິດທິຜົນ, ຕັ້ງໜ້າປະກອບສ່ວນເຂົ້າໃນວຽກງານກໍ່ສ້າງ, ປັບປຸງພັກ ແລະ ປະຕິບັດບັນດາໜ້າທີ່ເສດຖະກິດ - ສັງຄົມ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບໃນໄລຍະຈະມາເຖິງຢ່າງມີໄຊ.
        ກອງປະຊຸມໄດ້ຮັບຟັງບັນດາບົດທາບທາມຄວາມເຫັນກ່ຽວກັບບັນດາບັນຫາຄວນເອົາໃຈໃສ່ໃນວຽກງານໂຄສະນາສຶກສາ ແລະ ວຽກງານປ່ຽນໃໝ່ວິທີການຊີ້ນຳນຳພາ, ຈັດຕັ້ງການປະຕິບັດແຜນການວຽກງານໂຄສະນາສຶກສາປີ 2018 ໃຫ້ຮັບປະກັນມີຄຸນນະພາບ, ປະສິດທິຜົນ.
 (ແຫຼ່ງຄັດຈາກ VOV)

ການ​ນຳ​ເຂົ້າ - ສົ່ງ​ອອກ​ປີ 2025 ຄາດ​ວ່າ​ບັນ​ລຸ​ວົງ​ເງິນກວ່າ 920 ຕື້ USD

ການ​ນຳ​ເຂົ້າ - ສົ່ງ​ອອກ​ປີ 2025 ຄາດ​ວ່າ​ບັນ​ລຸ​ວົງ​ເງິນກວ່າ 920 ຕື້ USD

ການນຳເຂົ້າ - ສົ່ງອອກປີນີ້ຂອງ ຫວຽດນາມ ຄາດວ່າບັນລຸລະດັບ “ສູງສະຖິຕິ” ດ້ວຍມູນຄ່າກວ່າ 920 ຕື້ USD, ໃນນັ້ນ, ການສົ່ງອອກຄາດວ່າບັນລຸ 470 ຕື້ USD, ເຊິ່ງເປັນຕົວເລກສູງສະຖິຕິກ່ຽວກັບການນຳເຂົ້າ - ສົ່ງອອກ ນຳ ຫວຽດນາມ ຖືກຈັດເຂົ້າກຸ່ມ 20 ປະເທດແຖວໜ້າ ກ່ຽວກັບມູນຄ່າການຄ້ານຳເຂົ້າສົ່ງອອກ.

Top