• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມທາງອອນລາຍການນຳຊາວໜຸ່ມ ອາຊຽນ

ຢູ່ນອກກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 37, ຕອນບ່າຍວັນທີ 03 ພະຈິກ, ທີ່ຮ່າໂນ້ຍ, ສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ ໄດ້ສົມທົບກັບຄະນະກຳມະການແຫ່ງຊາດກ່ຽວກັບຊາວໜຸ່ມຈັດຕັ້ງກອງປະຊຸມທາງອອນລາຍການນຳຊາວໜຸ່ມ ອາຊຽນ. 

ກອງປະຊຸມທາງອອນລາຍການນຳຊາວໜຸ່ມ ອາຊຽນ (ພາບ: thanhnien.vn

ທີ່ກອງປະຊຸມ, ການນຳຊາວໜຸ່ມບັນດາປະເທດ ອາຊຽນ ໄດ້ປຶກສາຫາລືກ່ຽວກັບໝາກຜົນແຫ່ງການປະຕິບັດແຜນການດຳເນີນງານຊາວໜຸ່ມ ອາຊຽນ ໄລຍະ 2016 – 2020 ແລະ ບັນດາເນື້ອໃນຈຸດສຸມຂອງແຜນການດຳເນີນງານຊາວໜຸ່ມ ອາຊຽນ ໄລຍະ 2020 – 2025. ອ້າຍ ຫງວຽນແອັງຕ໊ວນ, ເລຂາສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ ເນັ້ນໜັກວ່າ:

        “ປີ 2020 ແມ່ນປີພິເສດສຳລັບ ອາຊຽນ ເມື່ອເປັນຂີດໝາຍ 5 ປີປະຊາຄົມ ອາຊຽນ ປະກົດຜົນເປັນຈິງຢ່າງເປັນທາງການ, ແມ່ນປີເກີດໂລກລະບາດໂຄວິດ-19 ແລະ ສົ່ງຜົນສະທ້ອນຢ່າງເລິກເຊິ່ງ, ກ້ວາງຂວາງຕໍ່ເສດຖະກິດສັງຄົມ ແລະ ຊີວິດການເປັນຢູ່ຂອງປະຊາຊົນບັນດາປະເທດໃນພາກພື້ນ ແລະ ໃນໂລກ. ຜ່ານຜ່າບັນດາຄວາມຫຍຸ້ງຍາກ, ຊາວໜຸ່ມ ອາຊຽນ ໄດ້ສະແດງໃຫ້ເຫັນຈິດໃຈປະຈັນບານ, ມີຫົວຄິດປະດິດສ້າງ.

       ການນຳຊາວໜຸ່ມ ອາຊຽນ ໄດ້ຮັບຮອງເອົາຖະແຫຼງການຮ່ວມການນຳຊາວໜຸ່ມ ອາຊຽນ ດ້ວຍຫົວຂໍ້ວ່າ “ເພີ່ມທະວີການຮ່ວມມືຊາວໜຸ່ມເພືຶ່ອ ອາຊຽນ ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື” ເພື່ອຍື່ນສະເໜີຕໍ່ການນຳຂັ້ນສູງ ອາຊຽນ ຮັບຮູ້ທີ່ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 37.

(ແຫຼ່ງຄັດຈາກ VOV)

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top