• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມຄັ້ງທີ 4 ຂອງຄະນະກຳມະການແຫ່ງຊາດ ອາຊຽນ 2020

      ຕອນບ່າຍວັນທີ 18 ຕຸລາ, ທີ່ສຳນັກງານລັດຖະບານ, ຄະນະກຳມະການແຫ່ງຊາດ ອາຊຽນ 2020 ໄດ້ຈັດກອງປະຊຸມຄັ້ງທີ 4, ພາຍໃຕ້ການຊີ້ນຳຂອງທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຟ້າມບີ່ງມິງ, ປະທານຄະນະກຳມະການແຫ່ງຊາດ.

ກອງປະຊຸມຄັ້ງທີ 4 ຂອງຄະນະກຳມະການແຫ່ງຊາດ ອາຊຽນ 2020 (ພາບ: TTXVN)
      ສະຫລຸບກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຟ້າມບີ່ງມິງ ຕີລາຄາສູງຄວາມມານະພະຍາຍາມຂອງບັນດາອະນຸກຳມະການ, ຄະນະເລຂາ ແລະ ບັນດາກະຊວງ, ສຳນັກງານ, ທ້ອງຖິ່ນທີ່ກ່ຽວຂ້ອງໃນການຜັນຂະຫຍາຍ, ກະກຽມຄວາມພ້ອມໃຫ້ແກ່ອາຍຸການເປັນປະທານ ອາຊຽນ 2020 ຂອງ ຫວຽດນາມ. ທ່ານຮອງນາຍົກລັດຖະມົນຕີ ຟ້າມບີ່ງມິງ ໄດ້ເຫັນດີຕໍ່ຂໍ້ສະເໜີຂອງເລຂານຸການໃຫຍ່ກ່ຽວກັບບັນດາວຽກງານຕໍ່ໄປ ຄວນໄດ້ຮັບການຊຸກຍູ້ຜັນຂະຫຍາຍ, ພິເສດແມ່ນບັນດາການເຄື່ອນໄຫວສຳຄັນເລີ່ມຕົ້ນໃຫ້ປີປະທານ ອາຊຽນ 2020 ເຊິ່ງຈະໄດ້ຈັດຕັ້ງຢູ່ ຫວຽດນາມ ໃນຕົ້ນປີ 2020. ທ່ານຮອງນາຍົກລັດຖະມົນຕີ ຟ້າມບີ່ງມິງ ກໍ່ເນັ້ນໜັກວ່າ ປີ 2020 ແມ່ນປີທີ່ມີຫລາຍເຫດການສຳຄັນຂອງພັກ ແລະ ລັດ, ດັ່ງນັ້ນ ຈຶ່ງສະເໜີໃຫ້ບັນດາສະມາຊິກຂອງຄະນະກຳມະການແຫ່ງຊາດ, ບັນດາອະນຸກຳມະການ, ຄະນະເລຂາ ແລະ ບັນດາກະຊວງ, ຂະແໜງການເອົາໃຈໃສ່ ແລະ ສະຫງວນບຸລິມະສິດໃຫ້ແກ່ບັນດາວຽກງານທີ່ກ່ຽວຂ້ອງເຖິງປີປະທານ ອາຊຽນ 2020 ຂອງ ຫວຽດນາມ ໃຫ້ຫລາຍກ່ວາອີກ ຍ້ອນວ່າ ນີ້ທັງແມ່ນຄວາມຮັບຜິດຊອບ ທັງແມ່ນຜົນປະໂຫຍດຂອງປະເທດ ແລະ ປະຊາຊົນ ຫວຽດນາມ.
 (ແຫຼ່ງຄັດຈາກ VOV)

ເປີດ​ນຳ​ໃຊ້​ໂຮງ​ງານ​ໄຟ​ຟ້າ LNG ແຫ່ງ​ທຳ​ອິດ​ຂອງ ຫວຽດ​ນາມ: ຕັ້ງ​ພື້ນ​ຖານ​ໃຫ້​ແກ່​ຕະຫຼາດ​ໄຟ​ຟ້າ​ອາຍ​ແກັດ​ຂອງ​ປະ​ເທດ​ຊາດ

ເປີດ​ນຳ​ໃຊ້​ໂຮງ​ງານ​ໄຟ​ຟ້າ LNG ແຫ່ງ​ທຳ​ອິດ​ຂອງ ຫວຽດ​ນາມ: ຕັ້ງ​ພື້ນ​ຖານ​ໃຫ້​ແກ່​ຕະຫຼາດ​ໄຟ​ຟ້າ​ອາຍ​ແກັດ​ຂອງ​ປະ​ເທດ​ຊາດ

ຕອນເຊົ້າວັນທີ 14 ທັນວາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມພິທີເປີດນຳໃຊ້, ເປີດການບໍລິການການຄ້າສຳລັບໂຮງງານໄຟຟ້າ ເຍິນແຈກ 3 ແລະ ໂຮງງານໄຟຟ້າ ເຊີນແຈກ 4 ຢູ່ແຂວງ ດົ່ງນາຍ.

Top