• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມຄັ້ງທີ 21 ຄະນະກຳມະການລະຫວ່າງລັດຖະບານຫວຽດນາມ-ລັດເຊຍ

      ວັນທີ 29 ຕຸລາ, ຢູ່ນະຄອນຫຼວງມົດສະກູ, ສະຫະພັນລັດເຊຍ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຈິ້ງດິ່ງຢຸງ ພ້ອມກັບທ່ານຮອງນາຍົກລັດຖະມົນຕີສະຫະພັນລັດເຊຍ Maksim Akimov ໄດ້ເປັນປະທານຮ່ວມກອງປະຊຸມຄັ້ງທີ 21 ຄະນະກຳມະການລະຫວ່າງລັດຖະບານຫວຽດນາມ - ລັດເຊຍ ກ່ຽວກັບການຮ່ວມມືທາງດ້ານເສດຖະກິດ - ການຄ້າ ແລະ ວິທະຍາສາດ - ເຕັກນິກ.

(ຮອງນາຍົກລັດຖະມົນຕີ 2 ທ່ານໄດ້ລົງນາມໃນເອກະສານກອງປະຊຸມຄັ້ງທີ 21
ຄະນະກຳມະການລະຫວ່າງລັດຖະບານຫວຽດນາມ - ສະຫະພັນລັດເຊຍ)
      ທີ່ກອງປະຊຸມ, 2 ຝ່າຍໄດ້ສຸມໃສ່ປຶກສາຫາລືບັນດາມາດຕະການລະອຽດເພື່ອແນໃສ່ເພີ່ມທະວີການຮ່ວມມືຫວຽດນາມ - ລັດເຊຍ ໃນສະພາບການປະຕິວັດອຸດສາຫະກຳ 4.0, ພິເສດແມ່ນດ້ານການຄ້າ ແລະ ການລົງທຶນ, ເຕັກໂນໂລຊີຂໍ້ມູນຂ່າວສານ, ພື້ນຖານໂຄງລ່າງຄົມມະນາຄົມຂົນສົ່ງ, ວິທະຍາສາດ ແລະ ການສຶກສາບຳລຸງສ້າງ… ພິເສດແມ່ນກະສິກຳ, ສິນໃນນ້ຳ, ສິນທະເລ, ຜ່ານນັ້ນຍົກວົງເງິນການຄ້າ 2 ສົ້ນໃຫ້ຂຶ້ນເຖິງ 10 ຕື້ USD ໃນປີ 2020. 2 ຝ່າຍເຫັນດີນຳກັນຈະຮັກສາການສົມທົບກັນເປັນປະຈຳ, ຮັບປະກັນການປະຕິບັດເອກະສານກອງປະຊຸມຄັ້ງທີ 21 ຄະນະກຳມະການລະຫວ່າງລັດຖະບານ ຢ່າງມີປະສິດທິຜົນ ແລະ ເປັນເອກະພາບດຳເນີນກອງປະຊຸມຄັ້ງຕໍ່ໄປຢູ່ຫວຽດນາມ ໃນປີ 2019.
        ສິ້ນສຸດກອງປະຊຸມ, ຮອງນາຍົກລັດຖະມົນຕີ 2 ທ່ານໄດ້ລົງນາມໃນເອກະສານກອງປະຊຸມຄັ້ງທີ 21 ຄະນະກຳມະການລະຫວ່າງລັດຖະບານຫວຽດນາມ - ສະຫະພັນລັດເຊຍ ກ່ຽວກັບການຮ່ວມມືດ້ານເສດຖະກິດ - ການຄ້າ ແລະ ວິທະຍາສາດ - ເຕັກນິກ; ເປັນສັກຂີພິຍານພິທີລົງນາມຂໍ້ຕົກລົງຮ່ວມມືບາງສະບັບລະຫວ່າງບັນດາວິສາຫະກິດ ແລະ ອົງການຈັດຕັ້ງຂອງ 2 ປະເທດກ່ຽວກັບທະນາຄານ, ໂທລະຄົມມະນາຄົມ, ການສຶກສາ ແລະ ບຳລຸງສ້າງ.
 (ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top