• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມຄັ້ງທີ 16 ຂອງຄະນະຊີ້ນຳການປ້ອງກັນ, ຕ້ານໂລກລະບາດໂຄວິດ-19

ໄລ່ຮອດວັນທີ 04 ສິງຫາ 2022, ຫວຽດນາມ ແມ່ນປະເທດມີອັດຕາສັກວັກຊິນສູງທີ່ສຸດໃນໂລກ, ເຊິ່ງໄດ້ຮັບການຮັບຮູ້ຈາກອົງການອະນາໄມໂລກ.
  ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)  

ຕອນເຊົ້າວັນທີ 06 ສິງຫາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ, ຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 (ຄະນະຊີ້ນຳ) ໄດ້ເປັນປະທານກອງປະຊຸມຄັ້ງທີ 16 ຂອງຄະນະຊີ້ນຳ. ກອງປະຊຸມໄດ້ຈັດຂຶ້ນແບບທາງໄກໂດຍມີການເຊື່ອມຕໍ່ລັດຖະບານຢູ່ນະຄອນຫຼວງ ຮ່າໂນ້ຍ ກັບ 63 ແຂວງ, ນະຄອນໃນທົ່ວປະເທດ.

ກ່າວຄຳເຫັນເປີດສາກຂອງກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຮຽກຮ້ອງຕ້ອງຍູ້ໄວລະດັບສັກວັກຊິນ.

“ບໍ່ສາມາດເວົ້າກ່ອນວ່າໂລກລະບາດໂຄວິດ-19 ຈະເປັນຄືແນວໃດ, ຍ້ອນຍາກທີ່ຈະຄາດຄະເນໄດ້. ການສັກວັກຊິນຊ່ວຍຫຼຸດຜ່ອນການຕ້ານທານພະຍາດໄວທີ່ສຸດ, ແຕ່ເດືອນ ກຸມພາ 2022 ຂ້າພະເຈົ້າໄດ້ຊີ້ນຳແລ້ວ, ຕ້ອງຕີລາຄາຄວາມຕ້ານທານລວມໃນທົ່ວປະເທດ, ແຕ່ມາຮອດປະຈຸບັນ ກະຊວງສາທາລະນະສຸກ ຍັງບໍ່ທັນເຮັດໄດ້. ກະຊວງສາທາລະນະສຸກເຮັດຜູ້ດຽວບໍ່ໄດ້ ຕ້ອງຊີ້ນຳໃຫ້ພະແນກສາທາລະນະສຸກ, ພະແນກສາທາລະນະສຸກ ແລະ ຄະນະພັກອຳນາດການປົກຄອງ, ພັກ, ການນຳອຳນາດການປົກຄອງຈັດຕັ້ງປະຕິບັດ, ສ່ວນປະຊາຊົນຕ້ອງມີສ່ວນຮ່ວມ”.

ລາຍງານທີ່ກອງປະຊຸມ, ທ່ານນາງ ດ່າວຮົ່ງລານ, ຜູ້ຮັກສາການລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າ ມາຮອດປະຈຸບັນ, ທົ່ວປະເທດມີຜູ້ຕິດເຊື້ອພະຍາດໂຄວິດ-19 ຈຳນວນ 10,7 ລ້ານຄົນ, ໃນນັ້ນຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແມ່ນ 9,9 ລ້ານຄົນ ແລະ ມີຜູ້ເສຍຊີວິດກວ່າ 43.000 ຄົນ. ໄລ່ຮອດວັນທີ 04 ສິງຫາ 2022, ຫວຽດນາມ ແມ່ນປະເທດມີອັດຕາສັກວັກຊິນສູງທີ່ສຸດໃນໂລກ, ເຊິ່ງໄດ້ຮັບການຮັບຮູ້ຈາກອົງການອະນາໄມໂລກ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top