• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມຄັ້ງທີ 1 ອະນຸກຳມະການເອກະສານກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ

      ຕອນບ່າຍວັນທີ 7 ມັງກອນ, ຢູ່ຮ່າໂນ້ຍ, ອະນຸກຳມະການເອກະສານກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກໄດ້ດຳເນີນກອງປະຊຸມຄັ້ງທຳອິດ ໂດຍພາຍໃຕ້ການເປັນປະທານຂອງທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟູ້ຈ້ອງ, ຫົວໜ້າອະນຸກຳມະການເອກະສານ

ກອງປະຊຸມຄັ້ງທີ 1 ອະນຸກຳມະການເອກະສານກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ
      ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟູ້ຈ້ອງ, ຫົວໜ້າອະນຸກຳມະການເອກະສານ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກ ຊຶ່ງຄາດວ່າ ຈະຖືກຈັດຂຶ້ນໃນເດືອນມັງກອນປີ 2021. ນີ້ແມ່ນເຫດການການເມືອງທີ່ສຳຄັນ ມີຄວາມໝາຍກຳນົດທິດໃນອະນາຄົດ, ເປັນການປຸກລະດົມກຳລັງໃຈທົ່ວພັກ, ທົ່ວກອງທັບ, ທົ່ວປວງຊົນໃຫ້ປະຕິບັດກິດຈະການປ່ຽນແປງໃໝ່ຢ່າງຄົບຊຸດ, ນຳປະເທດຊາດພັດທະນາຢ່າງວ່ອງໄວ ແລະ ຍືນຍົງ, ປົກປັກຮັກສາປະເທດຊາດໃຫ້ໝັ້ນຄົງໜັກແໜ້ນ ແລະ ເຖິງປີ 2030, ຫວຽດນາມຈະກາຍເປັນປະເທດອຸດສາຫະກຳທັນສະໄໝ. ເຖິງປີ 2045 ກາຍເປັນປະເທດອຸດສາຫະກຳຕາມກຳນົດທິດສັງຄົມນິຍົມ. ເພາະສະນັ້ນ, ຕາມທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟູ້ຈ້ອງ ແລ້ວ, ການກະກຽມເອກະສານໃຫ້ແກ່ກອງປະຊຸມໃຫຍ່ ແມ່ນຕ້ອງປະຕິບັດຢ່າງລອບຄອບຖີ່ຖ້ວນ, ມີວິທະຍາສາດ, ພິເສດແມ່ນບົດ ລາຍງານ ການເມືອງຂອງກອງປະຊຸ່ມໃຫ່ຍ ແມ່ນມີຄວາມໝາຍສຳຄັນ ເພື່ອຮັບປະກັນຜົນສຳເລັດຂອງກອງປະຊຸມ. ບັນດາບົດລາຍງານໃນ ກອງຊຸມ ໃຫຍ່ຄັ້ງທີ 13 ຂອງພັກຕ້ອງສະແດງໃຫ້ເຫັນຄວາມຍຶດໝັ້ນ ແລະການໝູນໃຊ້ລັດທິມາກເລນິນ ແລະ ແນວຄິດໂຮ່ຈິມິນຢ່າງມີຫົວຄິດປະດິດສ້າງ, ຍຶດໝັ້ນ ແນວທາງປ່ຽນແປງໃໝ່, ຍຶດໝັ້ນບົດບາດນຳພາຂອງພັກ, ຊຶ່ງແມ່ນປັດໄຈຕັດສິນ ທຸກໄຊຊະນະຂອງພາລະກິດສ້າງສາແລະປົກປັກຮັກສາປະເທດຊາດ
Medvedev ຈະຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການແຕ່ວັນທີ 18 – 19 ພະຈິກປີ 2018.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top