• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມຄະນະກຳມະການປະສົມກ່ຽວກັບການຮ່ວມມືສອງຝ່າຍ ຫວຽດນາມ-ໄທ ຄັ້ງທີ 3

      ໂດຍໄດ້ຮັບຄຳເຊີນຂອງທ່ານລັດຖະມົນຕີການຕ່າງປະເທດໄທ ດອນ ປຣມັດວິໄນ, ແຕ່ວັນທີ 24-25 ມັງກອນ, ທ່ານຮອງນາຍົກລັດຖະມົນຕີ ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບີງມີງ ໄດ້ໄປຢ້ຽມຢາມ ໄທ ແລະ ເປັນປະທານຮ່ວມກອງປະຊຸມຄັ້ງທີ 3 ຄະນະກຳມະການປະສົມກ່ຽວກັບການຮ່ວມມືສອງຝ່າຍ ຫວຽດນາມ ແລະ ໄທ. 
ເຂົ້າຮ່ວມກອງປະຊຸມຍັງມີການນຳ ແລະຜູ້ຕາງຫນ້າບັນດາກະຊວງ, ຂະແຫນງການ ສອງຝ່າຍ.
ທີ່ກອງປະຊຸມ, ສອງຝ່າຍຕີລາຄາການພົວພັນດ້ານການເມືອງ ການຕ່າງປະເທດ ແລະ ການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບລະຫວ່າງສອງປະເທດນັບມື້ນັບໄວ້ເນື້ອເຊື່ອໃຈ, ແທດຈິງ, ມີປະສິດທິຜົນ ສະແດງໃຫ້ເຫັນຜ່ານບັນດາໝາກຜົນການຢ້ຽມຢາມ ແລະ ການພົບປະເປັນປະຈຳ ລະຫວ່າງການນຳຂັ້ນສູງສອງປະເທດ.
            ສອງຝ່າຍເຫັນດີ ຜັນຂະຫຍາຍບັນດາມາດຕະການຍູ້ແຮງການຮ່ວມມືດ້ານເສດຖະກິດ, ການຄ້າ, ສ້າງທຸກເງື່ອນໄຂສະດວກໃຫ້ແກ່ບັນດາວິສາຫະກິດສອງປະເທດ ເພີ່ມທະວີການຮ່ວມມືລົງທຶນ, ດຳເນີນທຸລະກິດ, ສູ້ຊົນຍົກວົງເງິນການຄ້າສອງສົ້ນບັນລຸຄາດໝາຍ 20 ຕື້ USD ໃນປີ 2020 ແລະ ມຸ້ງໄປເຖິງດຸນການຄ້າ. ສອງຝ່າຍໃຫ້ຄຳໝັ້ນສັນຍາ ສືບຕໍ່ຊຸກຍູ້ການຮ່ວມມືດ້ານວັດທະນະທຳ, ການສຶກສາ, ການພົບປະແລກປ່ຽນປະຊາຊົນ.
ຕອນບ່າຍວັນດຽວກັນ ທ່ານຮອງນາຍົກລັດຖະມົນຕີ ຟ້າມບີງມີງ  ໄດ້ເຂົ້າຢ້ຽມຂ່ຳນັບທ່ານນາຍົກລັດຖະມົນຕີ ໄທ ປະຣາຢຸດ ຈັນໂອຊາ. ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ໄທ ໄດ້ເນັ້ນຫນັກເຖິງຄວາມສຳຄັນຂອງການພົວພັນຄູ່ຮ່ວມມືຍຸດທະສາດກັບຫວຽດນາມ ແລະ ຕີລາຄາສູງໝາກຜົນຂອງກອງປະຊຸມຄັ້ງທີ 3 ຄະນະກຳມະການປະສົມກ່ຽວກັບການຮ່ວມມືສອງຝ່າຍຫວຽດນາມ -ໄທ ແລະ ຖືນີ້ແມ່ນກົນໄກສຳຄັນແຖວຫນ້າເພື່ອຊຸກຍູ້ການຮ່ວມມືສອງຝ່າຍເຂົ້າສູ່ລວງເລິກ, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ.
 (ແຫຼ່ງຄັດຈາກ VOV)
 

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top