• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມຂັ້ນສູງ ແລະ ງານວາງສະແດງເສດຖະກິດສີຂຽວ 2022

ກອງປະຊຸມມີຄວາມໝາຍສຳຄັນໃນການປະຕິບັດບັນດາຂໍ້ລິເລີ່ມພັດທະນາແບບຍືນຍົງ ສອດຄ່ອງກັບຂໍ້ຕົກລົງ 2 ຝ່າຍ ຫວຽດນາມ ແລະ ສະຫະພາບ ເອີລົບ.

ກອງປະຊຸມມີຄວາມໝາຍສຳຄັນໃນການປະຕິບັດບັນດາຂໍ້ລິເລີ່ມພັດທະນາແບບຍືນຍົງ ສອດຄ່ອງກັບຂໍ້ຕົກລົງ 2 ຝ່າຍ ຫວຽດນາມ ແລະ ສະຫະພາບ ເອີລົບ.

   

ກອງປະຊຸມແຫຼງຂ່າວແນະນຳກ່ຽວກັບກອງປະຊຸມຂັ້ນສູງ

(ພາບ: BNEWS/ TTXVN)

ຕອນບ່າຍວັນທີ 03 ຕຸລາ, ຢູ່ ຮ່າໂນ້ຍ, ກະຊວງອຸດສາຫະກຳ ການຄ້າ ຫວຽດນາມ ສົມທົບກັບສະຫະສະມາຄົມວິສາຫະກິດ ເອີລົບ ປະຈຳ ຫວຽດນາມ ຈັດກອງປະຊຸມແຫຼງຂ່າວແນະນຳກ່ຽວກັບກອງປະຊຸມຂັ້ນສູງ ແລະ ງານວາງສະແດງເສດຖະກິດສີຂຽວ 2022, ເຊິ່ງຈະດຳເນີນໃນລະຫວ່າງວັນທີ 28-30 ພະຈິກ, ຢູ່ນະຄອນ ໂຮ່ຈີມິນ. ກອງປະຊຸມມີຄວາມໝາຍສຳຄັນໃນການປະຕິບັດບັນດາຂໍ້ລິເລີ່ມພັດທະນາແບບຍືນຍົງ ສອດຄ່ອງກັບຂໍ້ຕົກລົງ 2 ຝ່າຍ ຫວຽດນາມ ແລະ ສະຫະພາບ ເອີລົບ, ພ້ອມທັງນີ້ກໍ່ແມ່ນການເຄື່ອນໄຫວແທດຈິງໃນວິວັດທະນາການປະຕິບັດຍຸດທະສາດແຫ່ງຊາດກ່ຽວກັບການເຕີບໂຕໄລຍະ 2021 – 2030 ທີ່ໄດ້ວາງອອກໃຫ້ມີປະສິດທິຜົນ. ທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳ ການຄ້າ ໂດ້ທັງຫາຍ ໃຫ້ຮູ້ວ່າ:

        “ງານວາງສະແດງເສດຖະກິດສີຂຽວ ຈະແນະນຳ, ວາງສະແດງບັນດາເຕັກໂນໂລຊີທີ່ກ້າວໜ້າ, ຜະລິດຕະພັນທີ່ມີຄຸນນະພາບສູງ, ຂໍ້ລິເລີ່ມ ແລະ ຮູບແບບເສດຖະກິດສີຂຽວ, ເສດຖະກິດໝູນວຽນຂອງບັນດາວິສາຫະກິດ ເອີລົບ ແລະ  ຫວຽດນາມ. ພ້ອມກັນນັ້ນ ບັນດາເວທີປາໄສ ແລະ ວາລະປຶກສາຫາລື ຈະແມ່ນພື້ນຖານເພື່ອເພີ່ມທະວີການຮ່ວມມືລະຫວ່າງປະຊາຄົມວິສາຫະກິດ ເອີລົບ ແລະ  ຫວຽດນາມ, ປະກອບສ່ວນຊຸກຍູ້ພື້ນຖານເສດຖະກິດ ຫວຽດນາມ ສີຂຽວ, ຍືນຍົງ ຜ່ານການແບ່ງປັນຂໍ້ລິເລີ່ມ, ແນວຄິດ ແລະ ຖ່າຍທອດເຕັກໂນໂລຊີ.”

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top