• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມການຮ່ວມມື ແລະ ບຳລຸງສ້າງ, ຝຶກອົບຮົບພະນັກງານ ກັບ ພັກປະຊາຊົນປະຕິວັດ ລາວ

      ທ່ານ ຫງວຽນຊວັນທັງ ເນັ້ນໜັກວ່າ ໃນ 5 ປີຜ່ານມາ, ສອງພັກໄດ້ສົມທົບກັນຈັດຕັ້ງສຳເລັດຫຼາຍໂຄງການ, ຊຸດຝຶກອົບຮົບ, ບຳລຸງສ້າງໃຫ້ແກ່ພະນັກງານການນຳ, ຜູ້ຄຸ້ມຄອງໃຫ້ແກ່ລະບົບການເມືອງຂອງລາວ. 
ກອງປະຊຸມທາງໄກສະຫຼຸບການຮ່ວມມື, ແລກປ່ຽນທິດສະດີ ແລະ ບຳລຸງສ້າງ, ຝຶກອົບຮົບພະນັກງານ ລະຫວ່າງ ພັກກອມມູນິດ ຫວຽດນາມ ແລະ ພັກປະຊາຊົນປະຕິວັດ ລາວ  (ພາບ: QĐND.VN)
      ກອງປະຊຸມທາງໄກສະຫຼຸບການຮ່ວມມື, ແລກປ່ຽນທິດສະດີ ແລະ ບຳລຸງສ້າງ, ຝຶກອົບຮົບພະນັກງານ ລະຫວ່າງ ພັກກອມມູນິດ ຫວຽດນາມ ແລະ ພັກປະຊາຊົນປະຕິວັດ ລາວ ໄລຍະ 2016 – 2021 ແລະ ທິດທາງການຮ່ວມມືໄລຍະ 2021 – 2026, ໄດ້ດຳເນີນໃນຕອນບ່າຍວັນທີ 17 ກັນຍາ ຕາມຮູບແບບທາງໄກ. ທ່ານ ຫງວຽນຊວັນທັງ, ຜູ້ອຳນວຍການສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ປະທານສະພາທິດສະດີ ສູນກາງ ແລະ ທ່ານ ຄຳພັນ ເຜີຍຍະວົງ ຫົວໜ້າຄະນະໂຄສະນາອົບຮົບສູນກາງ, ປະທານສະພາທິດສະດີສູນກາງພັກປະຊາຊົນປະຕິວັດ ລາວ ເປັນປະທານຮ່ວມ.
      ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຫງວຽນຊວັນທັງ ເນັ້ນໜັກວ່າ ໃນ 5 ປີຜ່ານມາ, ສອງພັກໄດ້ສົມທົບກັນຈັດຕັ້ງສຳເລັດຫຼາຍໂຄງການ, ຊຸດຝຶກອົບຮົບ, ບຳລຸງສ້າງໃຫ້ແກ່ພະນັກງານການນຳ, ຜູ້ຄຸ້ມຄອງໃຫ້ແກ່ລະບົບການເມືອງຂອງລາວ. ທ່ານ ຫງວຽນຊວັນທັງໃຫ້ຮູ້ວ່າ:
      ໂຄງການແມ່ນສິ່ງພິສູດຢ່າງມີຊີວິດຊີວາໃຫ້ແກ່ການຮ່ວມມືຢ່າງລະອຽດ, ແທດຈິງ ແລະ ລວງເລິກ ໃນຂົງເຂດແນວຄິດ, ທິດສະດີ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ຫວຽດນາມ ແລະ ລາວ, ພ້ອມທັງສະແດງໃຫ້ເຫັນຄວາມເຄົາລົບ, ຄວາມຮັບຜິດຊອບໃນການຮັກສາໃຫ້ເປັນຢ່າງດີ, ປະກອບສ່ວນເຂົ້າໃນການໂຄສະນາ, ແຜ່ກະຈາຍແນວຄິດໂຮ່ຈີມິນ ຢູ່ລາວ, ຮັບໃຊ້ໃຫ້ແກ່ວຽກງານແນວຄິດ, ທິດສະດີ, ວຽກງານບຳລຸງສ້າງ, ຝຶກອົບຮົມພະນັກງານ, ນັກຄົ້ນຄ້ວາທິດສະດີ ຂອງສອງພັກ, ສອງລັດ.
      ທີ່ກອງປະຊຸມ, ທ່ານ ຄຳພັນ ເຜີຍຍະວົງ ໄດ້ຢັ້ງຢືນວ່າ ພັກປະຊາຊົນປະຕິວັດລາວ ຕີລາຄາສູງຄວາມເອົາໃຈໃສ່ໜູນຊ່ວຍຊ່ວຍເຫຼືອຂອງ ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ໃນວຽກງານບຳລຸງສ້າງ, ຝຶກອົບຮົມພະນັກງານຄຸ້ມຄອງບໍລິຫານໃຫ້ແກ່ຝ່າຍລາວ ໃນໄລຍະ 5 ປີຜ່ານມາ, ເຊິ່ງບັນລຸໄດ້ແຜນການທີ່ວາງອອກກ່ຽວກັບຈຳນວນ ແລະ ຄຸນນະພາບ.
(ແຫຼ່ງຄັດຈາກ VOV)

ນັກ​ຊ່ຽວ​ຊານ, ວິ​ສາ​ຫະ​ກິດ ຕັ້ງ​ຄວາມ​ຫວັງ​ພາຍຫຼັງ​ການໂອ້ລົມ​​ທາງ​ໂທ​ລະ​ສັບ​ລະ​ຫວ່າງ​ ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ​ໂຕ​ເລິມ ​ກັບ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ນັກ​ຊ່ຽວ​ຊານ, ວິ​ສາ​ຫະ​ກິດ ຕັ້ງ​ຄວາມ​ຫວັງ​ພາຍຫຼັງ​ການໂອ້ລົມ​​ທາງ​ໂທ​ລະ​ສັບ​ລະ​ຫວ່າງ​ ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ​ໂຕ​ເລິມ ​ກັບ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ພາຍຫຼັງທີ່ຂ່າວກ່ຽວກັບການໂອ້ລົມທາງໂທລະສັບລະຫວ່າງ ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ ກັບ ທ່ານປະທານາທິບໍດີ ອາເມລິກາ Donald Trump ທີ່ດຳເນີນໃນຕອນຄ່ຳວັນທີ 2 ກໍລະກົດ ໄດ້ປະກາດນັ້ນ, ປະຊາຄົມວິສາຫະກິດ ແລະ ວົງການນັກຊ່ຽວຊານໄດ້ຕັ້ງຄວາມຫວັງຕໍ່ບັນດາສັນຍານອັນຕັ້ງໜ້າໃນການພົວພັນດ້ານການຄ້າລະຫວ່າງ ຫວຽດນາມ - ອາເມລິກາ ໃນໄລຍະຈະມາເຖິງ.

Top