• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມການຕ່າງປະເທດຄັ້ງທີ 31: ຂີດໝາຍໄລຍະສືບທອດແລະພັດທະນາໃໝ່ຂອງຂະແໜງການທູດຫວຽດນາມ

      ຕອນບ່າຍວັນທີ 18 ທັນວາ ພາຍຫຼັງດຳເນີນມາເປັນເວລາ 5 ວັນ, ກອງປະຊຸມການຕ່າງປະເທດຄັ້ງທີ 31 ໂດຍຫົວຂໍ້ “ການຕ່າງປະເທດຫວຽດນາມນຳໜ້າຮອບດ້ານທັນສະໄໝ ເປັນເຈົ້າການຮັບມືແລະປະຕິບັດມະຕິກອງປະຊຸມໃຫຫຍ່ຄັ້ງທີ XIII ຂອງພັກຢ່າງມີໄຊ”.  ໄດ້ອັດລົງຢູ່ ຮ່າໂນ້ຍ
ກອງປະຊຸມການຕ່າງປະເທດຄັ້ງທີ 31 ໄດ້ອັດລົງຢູ່ ຮ່າໂນ້ຍ
      ຕອບສຳພາດນັກຂ່າວກ່ຽວກັບບັນດາໝາກຜົນທີ່ບັນລຸໄດ້ໃນກອງປະຊຸມ, ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມຫງວຽນກວັກນຢຸງໄດ້ຢືນຢັນວ່າ: “ກອງປະຊຸມໄດ້ບັນລຸໝາກຜົນໂດຍສັງລວມ ມີຄວາມໝາຍກວມລວມ ຕັດສິນ. ເນື້ອໃນຈິດໃຈລວມທີ່ພົ້ນເດັ່ນແມ່ນປະເທດຊາດພວມມີຖານະບົດບາດ ກຳລັງບົ່ມຊ້ອນ ອິດທິພົນຊື່ສຽງສາກົນ ດັ່ງນັ້ນຄວາມຮຽກຮ້ອງຕ້ອງການໃໝ່ທີ່ວາງອອກ  ໃຫ້ຂະແໜງການທູດ ແລະການເຊື່ອມໂຍງສາກົນຈະຕ້ອງສູງກວ່າກ່ຽວກັບປະສິດທິພາບແລະປະສິທິຜົນແລະກວ້າງເລິກກວ່າກ່ຽວກັບຂົງເຂດແລະກຳລັງເຂົ້າຮ່ວມ ເປັນເຈົ້າການຕັ້ງໜ້າແລະຜັນຂະຫຍາຍໃຫ້ດີກວ່າເກົ່າ.
    ກອງປະຊຸມໄດ້ເຊື່ອມຊຶມ 5 ບົດຮຽນໃຫຍ່ ກ່ຽວກັບການຕ່າງປະເທດເຊິ່ງໄດ້ຖືກສະຫຼຸບໃນ 76 ປີແຫ່ງການປົກປັກຮັກສາແລະ ສ້າງສາປະເທດຊາດແລະໃນ 35 ປີແຫ່ງການປ່ຽນແປງໃໝ່. ກອງປະຊຸມໄດ້ຮັບຮອງເອົາມະຕິແລະໂຄງການດຳເນີນງານດ້ວຍບັນດາມາດຕະການທິດທາງໂດຍລະອຽດ. ຕາມນັ້ນແລ້ວ ສືບຕໍ່ນຳການພົວພັນກັບບັນດາຄູ່ຮ່ວມມືເຂົ້າສູ່ລວງເລິກ ມີສະຖຽນລະພາບປະສິດທິຜົນບົນຈິດໃຈ “ການທູດທ່ຽງທຳຈາກຫົວໃຈຫາຫົວໃຈ” “ຄວາມຈິງໃຈ,ໄວ້ເນື້ອເຊື່ອໃຈ, ສະເໝີພາບ, ເຄົາລົບນັບຖື,ມີປະສິດທິຜົນແລະພ້ອມກັນພັດທະນາ”.
(ແຫຼ່ງຄັດຈາກ VOV)
 

ຫວຽດ​ນາມ ເຂົ້າ​ຮ່ວມ​ເທດ​ສະ​ການວັດ​ທະ​ນະ​ທຳ ແລະ ອາ​ຫານ​ການ​ກິນ ອາ​ຊຽນ 2025 ຢູ່ ອິນ​ເດຍ

ຫວຽດ​ນາມ ເຂົ້າ​ຮ່ວມ​ເທດ​ສະ​ການວັດ​ທະ​ນະ​ທຳ ແລະ ອາ​ຫານ​ການ​ກິນ ອາ​ຊຽນ 2025 ຢູ່ ອິນ​ເດຍ

ຕອນບ່າຍວັນທີ 11 ຕຸລາ, ເທດສະການວັດທະນະທຳ ແລະ ອາຫານການກິນ ອາຊຽນ 2025 (ASEAN Bazaar 2025) ໄດ້ດຳເນີນຢູ່ນະຄອນຫຼວງ New Delhi ຂອງ ອິນເດຍ.

Top